• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານປະກວດສຽງເພງ ອາຊຽນ + 3 ໄດ້ກຽມພ້ອມແລ້ວ

      ເພື່ອກະກຽມໃຫ້ແກ່ງານປະກວດສຽງເພງ ອາຊຽນ + 3 ເຊິ່ງຈະດຳເນີນໃນລະຫວ່າງວັນທີ 26 – 29 ກໍລະກົດ, ໃນຫລາຍມື້ຜ່ານມາ, ຫໍວາງແຜນຜັງ, ງານຕະຫລາດນັດ - ວາງສະແດງ ແລະ ວັດທະນະທຳແຂວງ ກ໋ວາງນິງ ໄດ້ຖືກປະດັບປະດາ, ຍົກລະດັບບາງກິດຈະການຢ່າງຮີບເຮັ່ງ.
             ທ່ານ ເຈືອງແມ້ງຮຸ່ງ, ຮອງຫົວໜ້າຄະນະສົ່ງເສີມ ແລະ ໜູນຊ່ວຍການລົງທຶນແຂວງ ກ໋ວາງນິງ, ຫົວໜ່ວຍໄດ້ຮັບການໝອບໝາຍໜ້າທີ່ຄຸ້ມຄອງ ແລະ ນຳໃຊ້ບັນດາກິດຈະການໃຫ້ຮູ້ວ່າ:
        “ໃນໄລຍະຜ່ານມາ ພວກຂ້າພະເຈົ້າໄດ້ສົມທົບກັບວິທະຍຸກະຈາຍສຽງ ຫວຽດນາມ ຕ້ອນຮັບຄະນະໄປ ສຳຫລວດສະຖານທີ່ຈັດຕັ້ງກ່ອນ. ດ້ວຍບົດຮຽນທີ່ໄດ້ຈັດຕັ້ງບັນດາເຫດການສາກົນໃຫຍ່ມາກ່ອນແລ້ວ ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຈະຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍກໍ່ຄືວຽກງານປ້ອງກັນຕ້ານອັກຄີໄພນັ້ນ ຍາມໃດກໍ່ໄດ້ຮັບການບຸລິມະສິດແຖວໜ້າ, ຮັບປະກັນຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການດ້ານເຕັກນິກທີ່ໄດ້ວາງອອກ.
 (ແຫຼ່ງຄັດຈາກ VOV)

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ທ່ານ​ນຳ​ສອງ​ທ່ານ​ປາດ​ຖະ​ໜາ​ຢາກ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ສອງ​ປະ​ເທດ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ, ສີ​ວິ​ໄສ, ປະ​ຫວັດ​ສາດ ແລະ ສາ​ສະ​ໜາ​ເພື່ອ​ເປີດກວ້າງກວ່າ​ອີກ​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ປັບ​ປຸງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ດ້ານ​ມິດ​ຕະ​ພາບ.

Top