
ທ່ານ ເຈີ່ນດິ່ງລວນ, ຮອງຫົວໜ້າກົມໃຫຍ່ສິນໃນນ້ຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກ່າວຄຳເຫັນທີ່ກອງປະຊຸມ
ງານຕະຫຼາດນັດປາຈາ ແລະ ບັນດາຜະລິດຕະພັນສິນໃນນ້ຳ ຫວຽດນາມ ຈັດຕັ້ງເປັນຄັ້ງທຳອິດຢູ່ຮ່າໂນ້ຍ ດ້ວຍການເຂົ້າຮ່ວມຂອງ 76 ຮ້ານວາງສະແດງຊຶ່ງມາຈາກ 40 ວິສາຫະກິດ ຜະລິດ, ປຸງແຕ່ງ ສົ່ງອອກປາຈາ. ງານຕະຫຼາດນັດແມ່ນໂອກາດເພື່ອໃຫ້ວິສາຫະກິດເຊື່ອມຕໍ່ເປີດກ້ວາງຕະຫຼາດສາກົນ ແລະ ພາກພື້ນ. ທ່ານ ເຈີ່ນດິ່ງລວນ, ຮອງຫົວໜ້າກົມໃຫຍ່ສິນໃນນ້ຳ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ໃຫ້ຮູ້ວ່າ:
“ຂັ້ນຕອນການຜະລິດປາຈາໃນປະຈຸບັນ ໄດ້ຕອບສະໜອງບັນດາມາດຖານຢັ້ງຢືນສາກົນ. ປາຈາໃນປະຈຸບັນ ມີໜ້າຢູ່ໃນ 140 ປະເທດ ແລະ ເຂດແຄ້ວນ, ແຕ່ເຖິງຢ່າງໃດກໍ່ຕາມປະເພດສິນຄ້ານີ້ບໍ່ທັນໄດ້ຮັບການຮູ້ຈັກຈາກຜູ້ອຸປະໂພກ ບໍລິໂພກຢູ່ພາຍໃນປະເທດ. ເພື່ອເຊື່ອມຕໍ່ການຕອບສະໜອງ ແລະ ເປີດກ້ວາງຕະຫຼາດ, ຄະນະຈັດຕັ້ງໄດ້ເຊື້ອເຊີນທູດການຄ້າບັນດາປະເທດ ເຊິ່ງແມ່ນຕະຫຼາດມີຄວາມສາມາດບົ່ມຊ້ອນ ເພື່ອສ້າງເງື່ອນໄຂໃຫ້ວິສາຫະກິດເຊື່ອມຕໍ່ ແລະ ເປີດກ້ວາງຕະຫຼາດສົ່ງອອກ.”
(ແຫຼ່ງຄັດຈາກ VOV)