ໂດຍປະຕິບັດ “ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນ” ຄົ້ນຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ແຂວງ ເລິມດົ່ງ ໄດ້ຮັບໜ້າທີ່ເກັບເອົາ 4.776 ຕົວຢ່າງຢູ່ຂຸມຝັງສົບບັນດານັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງບໍ່ທັງຢັ້ງຢືນຂໍ້ມູນຢູ່ ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ 11 ແຫ່ງໃນທົ່ວບໍລິເວນແຂວງ.
ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ບິ່ງທ້ວນ ແມ່ນເຂດສຸສານສຸດທ້າຍ (ເຂດທີ 11) ທີ່ຜັນຂະຫຍາຍບັ້ນເຄື່ອນໄຫວ. ນີ້ກໍ່ແມ່ນແຫ່ງທີ່ມີຈຳນວນຂຸມຝັງສົບຫຼາຍທີ່ສຸດຂອງແຂວງ, ດ້ວຍຂຸມຝັງສົບເກືອບ 9.000 ຂຸມ, ໃນນັ້ນມີຂຸມຝັງສົບກວ່າ 3.400 ຂຸມຕ້ອງເກັບເອົາຕົວຢາງເພື່ອຢັ້ງຢືນຊື່ ແລະ ນາມສະກຸນ.
ໄລ່ຮອດວັນທີ 08 ສິງຫາ, ບັນດາໜ່ວຍເກັບເອົາຕົວຢ່າງໄດ້ຂຸດຄົ້ນຂຸມຝັງສົບກວ່າ 2.800 ຂຸມ, ເກັບເອົາເກືອບ 2.500 ຕົວຢ່າງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ມີເງື່ອນໄຂຢ່າງພຽງພໍເພື່ອຮັບໃຊ້ວຽກງານວິໄຈ. ປະຈຸບັນ, ບັນດາກຳລັງພວມຍູ້ໄວຄວາມຄືບໜ້າເກັບເອົາຕົວຢ່າງຢູ່ເຂດສຸສານ, ຄາດວ່າຈະປະຕິບັດສຳເລັດກ່ອນວັນທີ 15 ສິງຫາ, ເຊິ່ງໄວກວ່າ 3 ເດືອນເມື່ອທຽບໃສ່ແຜນການທີ່ໄດ້ຮັບມອບໝາຍ.






