• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນຂັ້ນສູງພັກແຮງງານ ສປປ.ເກົາຫຼີ ຢ້ຽມຢາມ ນະຄອນ ຫາຍຟ່ອງ

ຄະນະການນຳຂັ້ນສູງພັກແຮງງານ ສປປ.ເກົາຫຼີ ໄດ້ໄປຢ້ຽມຊົມ 3 ພາກສ່ວນຂອງກຸ່ມບໍລິສັດ Vingroup ລວມມີ: ກຸ່ມຜະລິດລົດໂອໂຕ Vinfast, ເຂດຜະລິດກະສິກຳໝູນໃຊ້ເຕັກໂນໂລຊີສູງ VinEco ຫາຍຟ່ອງ ແລະ ເຂດ Vinpearl Hotel Imperia ຫາຍຟ່ອງ.

ທ່ານ ເລວັນແທ່ງ ເລຂາພັກນະຄອນ ຫາຍຟ່ອງ ຕ້ອນຮັບທ່ານ Ri Su Yong. (TTXVN)

ວັນທີ 27 ກຸມພາ, ຄະນະການນຳຂັ້ນສູງພັກແຮງງານ ສປປ.ເກົາຫຼີ (WPK) ໂດຍທ່ານ Ri Su Yong ກຳມະການກົມການເມືອງ, ຮອງປະທານຄະນະບໍລິຫານງານພັກ WPK, ຫົວໜ້າຄະນະພົວພັນສາກົນສູນກາງພັກ; ທ່ານ Kim Pyong Hae ກຳມະການກົມການເມືອງ, ຮອງປະທານຄະນະບໍລິຫານງານພັກ WPK ທັງເປັນຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ທ່ານ O Su Yong ກຳມະການກົມການເມືອງ, ຮອງປະທານຄະນະບໍລິຫານງານພັກ WPK, ຫົວໜ້າຄະນະເສດຖະກິດສູນກາງພັກ ນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ຫາຍຟ່ອງ.  ຄະນະການນຳຂັ້ນສູງພັກແຮງງານ ສປປ.ເກົາຫຼີ ໄດ້ໄປຢ້ຽມຊົມ 3 ພາກສ່ວນຂອງກຸ່ມບໍລິສັດ Vingroup ລວມມີ: ກຸ່ມຜະລິດລົດໂອໂຕ Vinfast, ເຂດຜະລິດກະສິກຳໝູນໃຊ້ເຕັກໂນໂລຊີສູງ VinEco ຫາຍຟ່ອງ ແລະ ເຂດ Vinpearl Hotel Imperia ຫາຍຟ່ອງ.

        ແລະກໍ່ໃນວັນດຽວກັນ, ທ່ານ ເລວັນແທ່ງ ເລຂາພັກນະຄອນ ຫາຍຟ່ອງ ໄດ້ມີການຕ້ອນຮັບຄະນະການນຳຂັ້ນສູງພັກແຮງງານ ສປປ.ເກົາຫຼີ, ແນະນຳກ່ຽວກັບບັນດາຜົນງານພັດທະນາຂອງນະຄອນໃນຊຸມປີຜ່ານມາ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top