• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນຂັ້ນສູງ ພັກກອມມູນິດ ຫວຽດນາມ ຢ້ຽມຢາມ ສະຫະພັນລັດເຊຍ

      ໃນວັນທີ 6 ທັນວາ, ທີ່ສຳນັກງານ ດູມາແຫ່ງຊາດ (ສະພາຕ່ຳ ລັດເຊຍ), ຄະນະຜູ້ແທນ ຫວຽດນາມ ໄດ້ພົບປະກັບທ່ານນາງ Irina Yarovaya, ຮອງປະທານ ດູມາແຫ່ງຊາດ. ສອງຝ່າຍເນັ້ນໜັກວ່າ ໃນໄລຍະຈະມາເຖິງຄວນຕ້ອງການຍູ້ແຮງການຕິດຕາມກວດກາການປະຕິບັດບັນດາສັນຍາລະຫວ່າງລັດຖະບານສອງປະເທດ ເພື່ອບັນລຸໝາກຜົນຢ່າງແທດຈິງ

ການພົບປະລະຫວ່າງ 2 ຝ່າຍ
      ໃນລະຫວ່າງວັນທີ 5 – 10 ທັນວາ, ຄະນະຜູ້ແທນ ພັກກອມມູນິດ ຫວຽດນາມ ໂດຍທ່ານ ເຈີ່ນກ໋ວກເວື້ອງ, ກຳມະການກົມການເມືອງ, ສະມາຊິກຄະນະປະຈຳຄະນະເລຂາທິການ, ຫົວໜ້າຄະນະກຳມະການກວດກາສູນກາງ, ນຳໜ້າ, ມີການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສະຫະພັນລັດເຊຍ.
        ໃນວັນທີ 6 ທັນວາ, ທີ່ສຳນັກງານ ດູມາແຫ່ງຊາດ (ສະພາຕ່ຳ ລັດເຊຍ), ຄະນະຜູ້ແທນ ຫວຽດນາມ ໄດ້ພົບປະກັບທ່ານນາງ Irina Yarovaya, ຮອງປະທານ ດູມາແຫ່ງຊາດ. ສອງຝ່າຍເນັ້ນໜັກວ່າ ໃນໄລຍະຈະມາເຖິງຄວນຕ້ອງຍູ້ແຮງການຕິດຕາມກວດກາການປະຕິບັດບັນດາສັນຍາລະຫວ່າງລັດຖະບານສອງປະເທດ ເພື່ອບັນລຸໝາກຜົນຢ່າງແທດຈິງ; ສ້າງເງື່ອນໄຂນິຕິກຳສະດວກເພື່ອປະຕິບັດບັນດາໂຄງການເຊິ່ງສອງຝ່າຍໄດ້ລົງນາມເປັນຢ່າງດີ, ເປັນຕົ້ນແມ່ນ ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ພັນທະມິດເສດຖະກິດ ອາຊີ - ເອີລົບ.
        ໃນວັນດຽວກັນ, ຄະນະຜູ້ແທນ ຫວຽດນາມ ໄດ້ມີການພົບປະເຈລະຈາກັບການນຳພັກ ປະເທດ ລັດເຊຍເອກະພາບ ໂດຍທ່ານນາງ Veronica Krasheninnikova, ຜູ້ບໍລິຫານໃຫຍ່ ກ່ຽວກັບນະໂຍບາຍການຕ່າງປະເທດຂອງ ພັກ ປະເທດ ລັດເຊຍເອກະພາບ ນຳໜ້າ. ສອງຝ່າຍເຫັນດີເປັນເອກະພາບນຳກັນວ່າໃນໄລຍະຈະມາເຖິງ ຈະສືບຕໍ່ເພີ່ມທະວີການແລກປ່ຽນບົດຮຽນ, ເປັນຕົ້ນແມ່ນບົດຮຽນຊີ້ນຳນຳພາກຳອຳນາດ, ບົດຮຽນຄຸ້ມຄອງລັດ, ຄຸ້ມຄອງສັງຄົມ; ເພີ່ມທະວີການພົບປະແລກປ່ຽນບັນດາອົງການຈັດຕັ້ງມະຫາຊົນຂອງສອງພັກ; ເພີ່ມທະວີການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍຂອງພັກການເມືອງກວ່າອີກ; ຜ່ານການພົວພັນລະຫວ່າງພັກເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ສ້າງເງື່ອນໄຂເພື່ອເປີດກວ້າງການຮ່ວມມືລະຫວ່າງບັນດາຂະແໜງການ ແລະ ທ້ອງຖິ່ນສອງປະເທດ.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top