• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ຢ້ຽມຢາມ ມຽນມາຢ່າງເປັນທາງການ

      ຄະນະຜູ້ແທນການທະຫານຂັ້ນສູງ ຫວຽດນາມ ໂດຍ ພົນເອກ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມນຳຫນ້າ ຈະໄປຢ້ຽມຢາມ ມຽນມາຢ່າງເປັນທາງການ ແຕ່ວັນທີ 1 – 3 ຕຸລາປີ 2017
 ຕາມຄຳເຊີນຂອງນາຍພົນອາວຸໂສ Min Aung Hlaing, ຜູ້ບັນຊາການສູງສຸດບັນດາກຳລັງປະກອບອາວຸດ ມຽນມາ. ການຢ້ຽມຢາມມຽນມາ ຂອງທ່ານ ໂງຊວນລີກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເພື່ອແນໃສ່ຕີລາຄາໝາກຜົນການຮ່ວມມືປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ມຽນມາ. 
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ເໜີຫຼາຍ​ການກຳ​ນົດ​ທິດ​ຊຸກ​ຍູ້​ການ​ພົວ​ພັນ ອາ​ຊຽນ - ອາ​ເມ​ລິ​ກາ

ຫວຽດ​ນາມ ສະ​ເໜີຫຼາຍ​ການກຳ​ນົດ​ທິດ​ຊຸກ​ຍູ້​ການ​ພົວ​ພັນ ອາ​ຊຽນ - ອາ​ເມ​ລິ​ກາ

ວັນ​ທີ 22 ກໍ​ລະ​ກົດ, ທ່ານ ເລ​ຮ​ວ່າຍ​ຈູງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ - ອາ​ເມ​ລິ​ກາ. ເຫດ​ການ​ດັ່ງ​ກ່າວ​ໄດ້​ດຳ​ເນີນ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 59 (AMM – 59) ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ຢູ່ ຟີ​ລິບ​ປິນ.

Top