• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນໃສ່ແຜນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ໄລຍະ 2021 – 2025

      ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມລັບ ເພື່ອປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2021, ແຜນການພັດທະນາເສດຖະກິດ - ສັງຄົມ ປີ 2022; ແຜນງົບປະມານແຫ່ງລັດ ແລະ ແຜນການຈັດແບ່ງງົບປະມານສູນກາງປີ 2022.
ກອງປະຊຸມຄະນະປະຈຳສະພາແຫ່ງຊາດ (ພາບ: quochoi.vn)
      ຕອນເຊົ້າວັນທີ 12 ຕຸລາ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມລັບ ເພື່ອປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2021, ແຜນການພັດທະນາເສດຖະກິດ - ສັງຄົມ ປີ 2022; ແຜນງົບປະມານແຫ່ງລັດ ແລະ ແຜນການຈັດແບ່ງງົບປະມານສູນກາງປີ 2022. ເປົ້າໝາຍລວມ ເຊິ່ງຮ່າງແຜນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ໄລຍະ 2021 – 2025 ແມ່ນການປ່ຽນແປງທີ່ເຫັນໄດ້ຢ່າງຈະແຈ້ງໃນຮູບແບບການເຕີບໂຕຕາມທິດ ອີງໃສ່ການເພີ່ມສະມັດຕະພາບ, ຄຸນນະພາບ, ກຳລັງແກ້ງແຍ້ງ. ພ້ອມດຽວກັນນັ້ນ, ກໍ່ຍົກສູງປະສິດທິຜົນການນຳໃຊ້ແຫຼ່ງກຳລັງ, ລັກສະນະເປັນເຈົ້າຕົນເອງ ແລະ ກຳລັງຮັບມືຂອງພື້ນຖານເສດຖະກິດ; ມຸ່ງໄປເຖິງພື້ນຖານເສດຖະກິດອີງໃສ່ວິທະຍາສາດ ແລະ ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ, ຮັບປະກັນການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ ເທື່ອລະກ້າວ. ຈາກນັ້ນ, ຊຸກຍູ້ການຈັດແບ່ງ ແລະ ນຳໃຊ້ແຫຼ່ງກຳລັງສັງຄົມເຂົ້າໃນຂະແໜງການ, ຜະລິດຕະພັນຕ່າງໆທີ່ມີທ່າໄດ້ປຽບໃນການແກ້ງແຍ້ງ ແລະ ມີສະມັດຕະພາບສູງ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top