• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນກ່ຽວກັບວຽກງານບຸກຄະລາກອນຍື່ນສະເໜີຕໍ່ສະພາແຫ່ງຊາດ

      ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນດ້ວຍເອກະສານຕໍ່ບົດລາຍງານຕີລາຄາເພີ່ມເຕີມໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2020.
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: quochoi.vn)
      ກອງປະຊຸມຄັ້ງທີ 54 ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 15 ມີນາ ຢູ່ຮ່າໂນ້ຍ. ກອງປະຊຸມໄດ້ແກ່ຍາວເປັນເວລາ 1 ມື້, ເນື້ອໃນທີ່ເປັນໜ້າສົນໃຈນັ້ນແມ່ນ ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 11, ສະພາແຫ່ງຊາດຊຸດທີ XIV ແລະ ວຽກງານບຸກຄະລາກອນເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ, ປະກອບຄຳເຫັນກ່ຽວກັບບົດລາຍງານສະຫຼຸບວຽກງານໃນອາຍຸການ ຊຸດທີ 14 ຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ບັນດາບົດລາຍງານໝາກຜົນຂອງການຕິດຕາມກວດກາການແກ້ໄຂຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ສົ່ງໄປຍັງກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດຊຸດທີ XIV, ລວບລວມຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນສົ່ງມາຍັງກອງປະຊຸມຄັ້ງທີ 11 ຂອງສະພາແຫ່ງຊາດຊຸດທີ XIV. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ:
        ຄັດເລືອກຖືກກັບຈຸດເວລາເຊິ່ງປະເທດຕ້ອງຮັບການແກ້ໄຂເພື່ອພັດທະນາດີຂຶ້ນ. ນັ້ນແມ່ນບັນດາຜົນງານ, ບັນດາຂີດໝາຍເຊິ່ງພວກເຮົາຕ້ອງໄດ້ຕີລາຄາຢ່າງເລິກເຊິ່ງ, ນັ້ນກໍ່ແມ່ນບັນດາບົດຮຽນປະສົບການເພື່ອໃຫ້ ສະພາແຫ່ງຊາດຊຸດທີ XV ເພື່ອສືບຕໍ່ປ່ຽນແປງ ແລະ ພັດທະນາໃຫ້ດີກ່ວານີ້ອີກ. ນັ້ນແມ່ນກົດເກນ, ປະເທດຊາດຈຶ່ງສາມາດພັດທະນາໄດ້. ປະເທດພັດທະນາໄດ້ຄືໃນປັດຈຸບັນ ກໍ່ມີການປະກອບສ່ວນທີ່ໃຫຍ່ຫຼວງຂອງການເຄື່ອນໄຫວເລືອກຕັ້ງຂອງປະຊາຊົນເວົ້າລວມ ແລະ ຂອງສະພາແຫ່ງຊາດຊຸດທີ XIV ເວົ້າສະເພາະ
        ນອກຈາກນັ້ນ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນດ້ວຍເອກະສານຕໍ່ບົດລາຍງານຕີລາຄາເພີ່ມເຕີມໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2020. 
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ປົກ​ກະ​ຕິ​ໃນ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ

ຂະແໜງກະສິກຳ ແລະ ສິ່ງແວດລ້ອມຍັງຮັກສາທ່າເຕີບໂຕທີ່ຕັ້ງໜ້າ ເຖິງວ່າຖືກຜົນກະທົບຈາກພາຍຸ, ຝົນຕົກໜັກ ແລະ ການຜັນແປຂອງຕະຫຼາດ.

Top