• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ດີເດັ່ນ, ມີພູມປັນຍາ ຈັນຍາບັນ

      ຄະນະບໍລິຫານງານສູນກາງພັກຊຸດໃໝ່ ຈະມີບັນດາບາດກ້າວບຸກທະລຸ, ການປ່ຽນແປງໃໝ່ໃນທຸກຂົງເຂດ, ນັບແຕ່ການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ
ພາບປະກອບ
      ພາຍຫລັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກໄດ້ປະກາດໝາກຜົນແຫ່ງການເລືອກຕັ້ງຄະນະບໍລິຫານງານສູນກາງພັກຊຸດທີ XIII, ໂດຍຜ່ານການລາຍງານຂ່າວຂອງສື່ມວນຊົນ, ພະນັກງານ, ສະມາຊິກພັກ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າເຂດຕາເວັນຕົກສ່ຽງເໜືອ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ ແລະ ຫວັງວ່າ ຜູ້ແທນແຕ່ລະທ່ານຈະເສີມຂະຫຍາຍຢ່າງມີຫົວຄິດປະດິດສ້າງ, ກ້າຄິດ, ກ້າປະຕິບັດ, ມີການກະທຳຢ່າງແຮງ ເພື່ອການພັດທະນາຂອງປະເທດຊາດ, ເພື່ອຜົນປະໂຫຍດຂອງປະເທດ ແລະ ປະຊາຊົນ.
ທ່ານ ຫງວຽນວັນຢຸງ, ສະມາຊິກພັກຢູ່ຕາແສງ ກ໊ວຽດທັ໊ງ, ນະຄອນ ເຊີນລາ, ແຂວງ ເຊີນລາ ໄດ້ສະແດງຄວາມເຊື່ອໝັ້ນວ່າ ບັນດາກຳມະການສູນກາງພັກໄດ້ຮັບການເລືອກຕັ້ງ ແນ່ນອນວ່າຈະແມ່ນບຸກຄົນທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ, ຈັນຍາບັນ, ມີລະດັບຄວາມຮູ້ສູງ.
ທ່ານນາງ ນົງທິຮ່າ, ຊົນເຜົ່າໄຕ ຢູ່ຕາແສງ ຕາເຟີ່ຍ, ນະຄອນ ລາວກາຍ, ແຂວງ ລາວກາຍ ໄດ້ເຊື່ອໝັ້ນວ່າ ຄະນະບໍລິຫານງານສູນກາງພັກຊຸດໃໝ່ ຈະມີບັນດາບາດກ້າວບຸກທະລຸ, ການປ່ຽນແປງໃໝ່ໃນທຸກຂົງເຂດ, ນັບແຕ່ການພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ປ່ຽນແປງໃໝ່ກ່ຽວກັບວິທະຍາສາດເຕັກນິກ, ພິເສດແມ່ນມີບັນດາການປ່ຽນແປງໃໝ່ໃນການລົບລ້າງຄວາມທຸກຍາກໃຫ້ແກ່ບັນດາເຂດພໍ່ແມ່ຊົນເຜົ່າ, ເຂດພູດອຍແບບຍືນຍົງ.
ໃນຂະນະນັ້ນ, ປ້າ ກູບີກທ້ວນ ຢູ່ນະຄອນ ໂຮ່ຈີມິນ ມີຄວາມຫວັງວ່າ ຄະນະບໍລິຫານງານສູນກາງພັກຊຸດໃໝ່ ແມ່ນຖັນແຖວພະນັກງານທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດເພື່ອຊີ້ນຳນຳພາປະເທດຊາດສືບຕໍ່ພັດທະນາ.
(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top