• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະນັກຮຽນ ຫວຽດນາມ ຄ້ວາໄດ້ 9 ຫຼຽນລາງວັນທີ່ Olympiad ຄະນິດສາດໂລກ

      ເມື່ອສິ້ນສຸດການເສັງຄະນິດສາດໂລກ  - World Mathematical Olympiad 2017 ທີ່ໄດ້ຈັດຕັ້ງຢູ່ ຈີນ ໃນລະຫວ່າງວັນທີ 11 – 12 ສິງຫາ, ຄະນະນັກຮຽນ ຫວຽດນາມ ຄ້ວາໄດ້ 2 ຫຼຽນເງິນ, 7 ຫຼຽນທອງ ແລະ ຄ້ວາໄດ້ລາງວັນ 3 ໃນໝູ່ຄະນະ.

 ຄະນະນັກຮຽນ ຫວຽດນາມ ເຂົ້າຮ່ວມການສອບເສັງ
      ນີ້ແມ່ນປີທີ 2 ທີ່ ຫວຽດນາມ ມີຜູ້ຕາງໜ້າເຂົ້າຮ່ວມຮອບຊິງຊະນະເລີດພ້ອມກັບບັນດາຜູ້ເຂົ້າສອບເສັງທີ່ມາຈາກຫຼາຍປະເທດຄື: ຈີນ, ອັງກິດ, ການາດາ, ອົດສະຕາລີ, ສ. ເກົາຫຼີ, ໄທ , ສິງກະໂປ, ມາເລເຊຍ, ອິນໂດເນເຊຍ. ຄະນະ ຫວຽດນາມ ເຂົ້າຮ່ວມການສອບເສັງມີນັກຮຽນ 12 ຄົນ.
      World Mathematical Olympiad ແມ່ນການເສັງຄະນິດສາດສາກົນທີ່ສະຫງວນໃຫ້ນັກຮຽນມີອາຍຸແຕ່ 8 -13 ປີ, ໄດ້ຮັບການຈັດຕັ້ງປະຈຳປີ. ການເສັງນີ້ແມ່ນບ່ອນປະຊັນພູມປັນຍາໃຫ້ຜູ້ທີ່ມີອາຍຸໜຸ່ມນ້ອຍທີ່ມີຄວາມເກັ່ງກ້າສາມາດກ່ຽວກັບຄະນິດສາດ, ຜ່ານນັ້ນ, ນັກຮຽນມາຈາກຫຼາຍປະເທດໃນໂລກມີໂອກາດໄດ້ທົດລອງຄວາມສາມາດ ແລະ ແຂ່ງຂັນກັບບັນດາຜູ້ຕາງໜ້າຫຼາຍປະເທດມີພື້ນຖານຄະນິດສາດພັດທະນາແຖວໜ້າໃນໂລກ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top