• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະນະນັກກິລາຫວຽດນາມ ຄວ້າໄດ້ຫຼຽນຄຳຕື່ມອີກ 8 ຫຼຽນ, ຢືນອັນດັບທີ 2

ສິ້ນສຸດມື້ແຂ່ງຂັນທີ່ 3 ຢູ່ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ (SEA Game 30) ຢູ່ຟິລິບປີນ, ຄະນະນັກກິລາຫວຽດນາມ ຄວ້າໄດ້ຫຼຽນຄຳ 8 ຫຼຽນ, ຫຼຽນເງິນ 7 ຫຼຽນ ແລະ ຫຼຽນທອງ 10 ຫຼຽນຕື່ມອີກ, ຢຶນອັນດັບທີ 2 ໃນຕາຕະລາງຈັດອັນດັບ.

(ຕາຕະລາງຈັດອັນດັບ)

ນີ້ແມ່ນມື້ແຂ່ງຂັນບັນລຸຜົນສຳເລັດຂອງບັນດານັກກິລາມວຍ Wushu ຫວຽດນາມ ເມື່ອຄວ້າໄດ້ຫຼຽນຄຳ 3 ຫຼຽນ. ສ່ວນຫຼຽນເງິນ ແລະ ຫຼຽນທອງທີ່ຄວ້າໄດ້ໃນວັນທີ 03 ທັນວາ ແມ່ນມາຈາກປະເພດກິລາແຂ່ງຂັນຕີມວນໄມ້ຄ້ອນ, ຍົກນ້ຳໜັກ, ໝາກເສິກສາກົນ…

        ໃນການແຂ່ງຂັນບານເຕະເພດຊາຍ, ຈຸດສຸມແມ່ນການແຂ່ງຂັນລະຫວ່າງທິມບານເຕະ U22 ຫວຽດນາມ ແລະ U22 ສິງກະໂປ. ຫວຽດນາມ ໄດ້ຮັບໄຊຊະນະ 1 ປະຕຸຕໍ່ 0, ຍາດໄດ້ 3 ຄະແນນທີ່ສຳຄັນໃນເສັ້ນທາງກ້າວເຂົ້າແຂ່ງຂັນຮອບຮອງຊະນະເລີດ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top