• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມ​ເຄັ່ງ​ຕຶງ​ທາງ​ການ​ທູດ​ລະ​ຫວ່າງ ລັດ​ເຊຍ ແລະ ສ.ເຊັກ​ໂກ, ຢູ​ແກຼນ

ຕໍ່ໜ້າຂໍ້ຕົກລົງຂອງ ສ.ເຊັກໂກ, ວັນທີ 17 ເມສາ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໄດ້ປະກາດວ່າ ເຊັກໂກ “ມີຄວາມຮັບຮູຢ່າງຈະແຈ້ງ” ກ່ຽວກັບ ໝາກຜົນຂອງຂໍ້ຕົກລົງເນລະເທດ ພະນັກງານສະຖານທູດ ລັດເຊຍ 18 ຄົນ ປະຈຳ Praha.
ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Andrej Babis ແລະ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ສ.ເຊັກໂກ Jan Hamacek (ພາບ: AFP/TTXVN)

ວັນທີ 17 ເມສາ, ທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Andrej Babis ແລະ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ສ.ເຊັກໂກ Jan Hamacek ໄດ້ປະກາດວ່າ ປະເທດນີ້ ຈະເນລະເທດພະນັກງານຂອງສະຖານທູດ ລັດເຊຍ 18 ຄົນຍ້ອນສົງໄສວ່າ ອົງການສືບລາຊະການລັບຂອງ ລັດເຊຍ ມີສ່ວນກ່ຽວຂ້ອງເຫດການລະເບີດຄັງລູກປຶມຂອງທະຫານ ເຊັກໂກ ເມື່ອປີ 2014. ໃນວັນດຽວກັນ, ກະຊວງການຕ່າງປະເທດ ຢູແກຼນ ກໍ່ໄດ້ປະກາດວ່າ ນັກການທູດຂັ້ນສູງທ່ານ 1 ຢູ່ສະຖານທູດ ລັດເຊຍ ປະຈຳ Kiev ຕ້ອງອອກຈາກ ຢູແກຼນ ໃນຮອບເວລາ 72 ຊົ່ວໂມງ. ນີ້ແມ່ນການກະທຳໂຕ້ຕອບຂອງ Kiev ພາຍຫຼັງ ມົດສະກູ ເນລະເທດພະນັກງານກົງສູນໃຫຍ່ ຢູແກຼນ ປະຈຳ St.Petersburg. ຕາມທ່ານນາຍົກລັດຖະມົນຕີ ສ.ເຊັກໂກ Andrej Babis ແລ້ວ, ສາຍເຫດພາເຖິງຂໍ້ຕົກລົງນີ້ ແມ່ນຄວາມສົງໄສວ່າບັນດານາຍທະຫານສືບລາຊະການລັບ ຂອງກອງທັບ ລັດເຊຍ ມີສ່ວນກ່ຽວຂ້ອງເຖິງເຫດລະເບີດຄັງລູກປຶມຢູ່ Vrbetice (ເຊັກໂກ) ເມື່ອປີ 2014 ເຮັດໃຫ້ຊາວ ເຊັກໂກ 2 ຄົນເສຍຊີວິດ.

ຕໍ່ໜ້າຂໍ້ຕົກລົງຂອງ ສ.ເຊັກໂກ, ວັນທີ 17 ເມສາ, ທ່ານນາງ Maria Zakharova ໂຄສົກກະຊວງການຕ່າງປະເທດ ລັດເຊຍ ໄດ້ປະກາດວ່າ ເຊັກໂກ “ມີຄວາມຮັບຮູຢ່າງຈະແຈ້ງ” ກ່ຽວກັບ ໝາກຜົນຂອງຂໍ້ຕົກລົງເນລະເທດ ພະນັກງານສະຖານທູດ ລັດເຊຍ 18 ຄົນ ປະຈຳ Praha. ໃນຂະນະນັ້ນ, ທ່ານ Leonid Slutsky ຜູ້ນຳສູງສຸດຂອງຄະນະກຳມະການພົວພັນຕ່າງປະເທດ ຂອງສະພາຕ່ຳ ລັດເຊຍ ຖືວ່າ ບາດກ້າວນີ້ຂອງ ເຊັກໂກ ໄດ້ກໍ່ຜົນກະທົບຢ່າງຮ້າຍແຮງ ຕໍ່ການພົວພັນສອງຝ່າຍ, ພ້ອມທັງກ່າວເຕືອນວ່າ ລັດເຊຍ ແນ່ນອນວ່າ ຈະມີການກະທຳໂຕ້ຕອບ.
 (ແຫຼ່ງຄັດຈາກ VOV)

ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສ້າງ​ຂີດ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ຍຸ​ກ​ສະ​ໄໝ

ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສ້າງ​ຂີດ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ຍຸ​ກ​ສະ​ໄໝ

ວັນທີ 07 ພຶດສະພາ, ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (ວັນທີ 07 ພຶດສະພາ 1954 – 07 ພຶດສະພາ 2024) ຂຶ້ນຢ່າງສົມກຽດ, ເຊິ່ງເປັນໄຊຊະນະໄດ້ສ້າງຂີດໝາຍໃນປະຫວັດສາດໂລກ. ໄຊຊະນະ ດ້ຽນບຽນຝູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ. ໄຊຊະນະ ດ້ຽນບຽນຝູ ຊຸກຍູ້ຂະບວນການປົດປ່ອຍຊາດທົ່ວໂລກບັນລຸໄດ້ໄຊຊະນະຢ່າງສົມບູນ.

Top