• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມ​ສ່ຽງ​ອຸນ​ຫະ​ພຸມ​ຂອງ​ໜ່ວຍ​ໂລກ​ອາດ​ຈະ​ລື່ນກາຍ​ລະ​ດັບຈຳ​ກັດ​​ເພີ່ມ 1,5 ອົງ​ສາ C ຕາມ​ຄຳ​ໝັ້ນ​ສັນ​ຍາ ແລະ ນະ​ໂຍ​ບາຍ​ດິນ​ຟ້າ​ອາ​ກາດ​ໃນ​ປັດ​ຈຸ​ບັນ

ຕາມການຕີລາຄາຂອງ Paris Equity Check ທີ່ໄດ້ປະກາດໃນວັນທີ 06 ທັນວາ, ບັນດານະໂຍບາຍກ່ຽວກັບດິນຟ້າອາກາດຂອງປະເທດຮັ່ງມີ ແລະ ຫຼາຍພື້ນຖານເສດຖະກິດທີ່ຫາກໍພົ້ນເດັ່ນ ສ່ວນຫຼາຍໄດ້ປ່ອຍອາຍພິດຫຼາຍຂຶ້ນ ອາດຈະເຮັດໃຫ້ອຸນຫະພູມທົ່ວໂລກລື່ນກາຍລະດັບຈຳກັດເພີ່ມ 1,5 ອົງສາ C.
  ໂຮງງານແຫ່ງຕ່າງໆພວມສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ການປ່ຽນແປງຂອງດິນຟ້າອາກາດ (ພາບ: TTXVN)  

ບັນດານະໂຍບາຍກ່ຽວກັບດິນຟ້າອາກາດເຊິ່ງບັນດາປະເທດຮັ່ງມີຄື ອາເມລິກາ, ການາດາ ແລະ ສະຫະພາບເອີຣົບ (ອີຢູ) ພວມປະຕິບັດ ອາດຈະເຮັດໃຫ້ອຸນຫະພຸມໜ່ວຍໂລກເພີ່ມຂຶ້ນແຕ່ 2,1 ອົງສາ C ຫາ 3,4 ອົງສາ C. ບວກກັບບັນດານະໂນບາຍກ່ຽວກັບດິນຟ້າອາກາດຂອງບັນດາພື້ນຖານເສດຖະກິດທີ່ຫາກໍພົ້ນເດັ່ນຂຶ້ນລວມມີ ຈີນ, ລັດເຊຍ, ອາຣັບບີ ຊະອຸດິ ແລະ ຕວັກກີ, ຜົນຕາມມາຈະໜັກໜ່ວງກວ່າ - ເຊິ່ງໄດ້ໝາຍເຖິງລະດັບອຸນຫະພູມຈະເພີ່ມຂຶ້ນ 5 ອົງສາ C ໃນທ້າຍສະຕະວັດນີ້.

ມາຮອດປັດຈຸບັນ ອຸນຫະພູມຂອງໜ່ວຍໂລກ ໄດ້ເພີ່ມຂຶ້ນ 1,2 ອົງສາ C, ເຊິ່ງສົ່ງຜົນກະທົບບໍ່ດີຫຼາຍຢ່າງ, ນັບແຕ່ແດດຮ້ອນເອົ້າ, ໄພແຫ້ງແລ້ງ ຕະຫຼອດຮອດໄພນ້ຳຖ້ວມ ແລະ ພະຍຸເຂດຮ້ອນລູກຕ່າງໆທີ່ມີກຳລັງທຳລາຍຢ່າງຮ້າຍແຮງກວ່າ ຍ້ອນເກີດປະກົດການນ້ຳທະເລຍືງສູງຂຶ້ນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top