• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄວາມສວຍງາມຂອງປະເທດຫວຽດນາມຜ່ານການສັງເກດຂອງນັກທຸລະກິດອັກຊັງຕີນ


ບົດ​ຂຽນ​ກ່ຽວ​ກັບ​ຄວາມ​ງາມ​ຂອງ​ປະ​ເທດ​ຫວຽດ​ນາມ
      ວັນ​ທີ 14/4, ຫ​ນ້າ​ເວັບ Equilibrium Global ໄດ້​ແນະ​ນຳບົດ​ຂຽນ​ຂອງ​ນັກ​ທຸ​ລະ​ກິດ​ຊາວ ອັກ​ຊັງ​ຕີນ Guilermo Perez Cena ຫາກໍ່​ກັບ​ຄືນ​ຈາກ​ຫວຽດ​ນາມ ໃນ​​ການ​ເດີນທາງ​​ຢ້ຽ​ມ​ຢາມ​ຫວຽດ​ນາມ ມາ​ເປັນ​ເວ​ລາ 50 ວັນ, ໃນ​ນັ້ນ ໄດ້​ຍ້ອງ​ຍໍ​ຄວາມ​ສວຍ​​ງາມ​ຢ່າງ​ມະ​ຫັດ​ສະ​ຈັນຂອງ​ປະ​ເທດ​ຫວຽດ​ນາມ. ໃນ​ບົດ​ຂຽນ ນັກ​ທຸ​ລະ​ກິດ​ດັ່ງ​ກ່າວ ໄດ້​ຢືນ​ຢັນ​ວ່າ: ຄວາມ​ສວຍ​ງາມ​ແບບ​ທຳ​ມະ​ຊາດ​ຂອງ​ຫວຽດ​ນາມ ພວມ​ໃນ​ທ່າ​ພັດ​ທະ​ນາ​ເສດ​ຖະ​ກິດ ໄດ້​ສ້າງ​ຄວາມ​ດູດ​ດື່ມ​ພິ​ເສດ​ຕໍ່​ນັກ​ທ່ອງ​ທ່ຽວ​ຕ່າ​ງ​ປະ​ເທດ​ນັບ​ພັນໆ​ເທື່ອ​ຄົນ. ທ່ານ Cena ໄດ້​ຍ້ອງ​ຍໍ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂອງ​ຫວຽດ​ນາມ ຄື: ນະ​ຄອນ​ໂຮ່​ຈິ​ມີນ ແມ່ນ​ຕົວ​ເມືອງ​ທັນ​ສະ​ໄຫມ, ດຶງ​ດູດ​ນັກ​ທຸ​ລະ​ກິດ ແລະ ນັກ​ລົງ​ທຶນ​ມາ​ຈາກ​ຫລາຍ​ປະ​ເທດ​ໃນ​ໂລກ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ໝູຍ​ແນ, ໂຮ້ຍ​ອານ ແລະ ຍາ​ຈາງ ແມ່ນ​ບັນ​ດາ​ທັດ​ສະ​ນີ​ຍະ​ພາບ​ມີ​ຄວາມ​ງາມ​ພິ​ເສດ. ຮ່າ​ໂນ້ຍ ແມ່ນ​ນະ​ຄອນ​ ຂະ​ຫ​ຍັນ​ຂັນ​ເຄື່ອນ, ແມ່ນ​ສະ​ຖານ​ທີ່​ຍັງ​ຮັກ​ສາ​ບັນ​ດາ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຝ​ລັ່ງ. ນອກນັ້ນ ​ລາຍ​ການ​ທ່ອງ​ທ່ຽວ​ລ່ອງ​ເຮືອ​ຊົມ​ຄວາມ​ງາມ​ຂອງ​ອ່າວ​ຫ້າ​ລອງ, ຫລື ​ຢ້ຽມ​ຢາມ ຊາ​ປາ ເພື່ອ​ຄົ້ນ​ຫາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ຫ​ນ້ອຍ ກໍ່​ແມ່ນ​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ຕໍ່​ນັກ​ທ່ອງ​ທ່ຽວ. ບັນ​ດາ​ປັດ​ໄຈ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ຫວຽດ​ນາມ ພວມ​ກາຍ​ເປັນ​ຫ​ນຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ສຳ​ຄັນ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.
(ແຫຼ່ງຄັດຈາກ VOV)
 

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ພູມປັນຍາສະສົມໃນປະຫວັດສາດ ສືບຕໍ່ກາຍເປັນກຳລັງຄວາມສາມາດນຳພາການພັດທະນາປະເທດຊາດ

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ພູມປັນຍາສະສົມໃນປະຫວັດສາດ ສືບຕໍ່ກາຍເປັນກຳລັງຄວາມສາມາດນຳພາການພັດທະນາປະເທດຊາດ

ພາຍຫຼັງ​ການ​ຢ້ຽມ​ຢາມ, ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຫັນ​ບັນ​ດາ​ຄວາມ​ຮັບ​ຮູ້​ລວມ​ຂັ້ນ​ສູງ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້​ນບັນ​ລຸ 25 ຕື້ USD ຕາ​ມ​ທິດ​ດຸ່ນ​ດ່ຽງ​ກວ່າ; ຜັນ​ຂະ​ຫຍາຍ​ຂໍ້​ລິ​ເລີ່ມ “ສາມ​ເຊື່ອມ​ຕໍ່” ກ່ຽວ​ກັບ​ລະ​ບົບ​ການ​ສະ​ໜອງ, ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ການ​ເຕີບ​ໂຕ​ສີ​ຂຽວ, ຍືນ​ຍົງ.

Top