“ໂດຍແມ່ນຄົນລຸ້ນຫນຸ່ມ, ນອກຈາກການຮັບໃຊ້ໃຫ້ເຂົາເຈົ້າແລ້ວ ພວກຂ້າພະເຈົ້າກໍ່ຮ່ຳຮຽນໄດ້ຫລາຍຢ່າງຈາກເຂົາເຈົ້າຕໍ່ອະນາຄົດຂອງຕົນ. ສິ່ງນັ້ນໄດ້ນຳມາເຊິ່ງບັນດາຜົນປະໂຫຍດອັນໃຫຍ່ຫລວງໃຫ້ແກ່ຕະຫລອດເວລາດຳລົງຊີວິດທີ່ຍັງເຫລືອຂອງພວກຂ້າພະເຈົ້າ. ເຖິງວ່າ ພວກຂ້າພະເຈົ້າພວມຊ່ວຍເຫລືອ ຫວຽດນາມ ແລະ ປິ່ນປົວໃຫ້ແກ່ທະຫານເຈັບປ່ວຍ ຫວຽດນາມ. ແຕ່ພວກຂ້າພະເຈົ້າກໍ່ໄດ້ຮ່ຳຮຽນເອົາຫລາຍຄຸນນະທາດອັນດີງາມຈາກບັນດານາຍທະຫານເຫລົ່ານັ້ນ. ເຂົາເຈົ້າມີຄວາມອົດທົນຜ່ານຜ່າຄວາມຫຍຸ້ງຍາກລຳບາກເກັ່ງສຸດ. ສຳລັບຂ້າພະເຈົ້າແລ້ວ ເຂົາເຈົ້າແມ່ນຜູ້ໃກ້ຊິດສະຫນິດສະຫນົມ, ອົດທົນ ແລະ ຢາກຮ່ຳຢາກຮຽນ.”
ນອກຈາກເວລາປິ່ນປົວ ແລະ ເບິ່ງແຍງສຸຂະພາບໃຫ້ຄົນເຈັບແລ້ວ, ບັນດາແພດໝໍຂອງໂຮງໝໍ ນ່ານຈີຊານ ແລະທະຫານເຈັບປ່ວຍມາຈາກ ຫວຽດນາມ ຍັງພ້ອມກັນອ່ານຫນັງສືພິມ, ຟັງວິທະຍຸ, ຫັດແອບບັນດາສິລະປະເພື່ອຈັດຕັ້ງການລາຍການສະແດງສິລະປະເນື່ອງໃນໂອກາດວັນຊາດຂອງສອງປະເທດ ແລະ ເມື່ອບຸນເຕັດວຽນມາ.
ບໍ່ພຽງແຕ່ເບິ່ງແຍງດູແລໃຫ້ແກ່ທະຫານເຈັບປ່ວຍ, ທ່ານນາງ ອູຊູຄວຍ ຍັງບໍລິຈາກເລືອດ 1.600 ml ດ້ວຍຄວາມສະຫມັກໃຈເພື່ອປິ່ນປົວໃຫ້ເຂົາເຈົ້າ. ດ້ວຍບັນດາການປະກອບສ່ວນຂອງຕົນ, ທ່ານນາງ ອູຊູຄວຍ ໄດ້ຮັບເຊີນເຂົ້າຮ່ວມຫລາຍເຫດການສຳຄັນຢູ່ ຫວຽດນາມ.