ຂ່າວສານ

ຄວາມຊົງຈຳຍາກທີ່ຈະຫລົງລືມໄດ້ຂອງນາງພະຍາບານ ຈີນ ຕໍ່ກັບບັນດານັກຮົບ ຫວຽດນາມ

ກອ່ນນີ້ 57 ປີ ກົງກັບໂອກາດວັນຊາດ ຫວຽດນາມ 2/9/1968, ມີພະນັກງານການແພດ ເກືອບ 300 ຄົນ ຢູ່ ປັກກິ່ງ ເດີນທາງໄປ ປະຕິບັດຫນ້າທີ່ປິ່ນປົວໃຫ້ຄົນເຈັບແມ່ນນາຍທະຫານຫວຽດນາມ ຢູ່ ໂຮງໝໍ ນ່ານຈີຊານ ຕາມການຊີ້ນຳຂອງນາຍົກລັດຖະມົນຕີ ເຈົາແອນລາຍ, ທ່ານນາງ ອູຊູຄວຍ ຄາວນັ້ນ ມີອາຍຸ 21 ປີ ແມ່ນຫນຶ່ງໃນຈຳນວນພະນັກງານການແພດດັ່ງກ່າວ.
  ທ່ານນາງ ອູຊູຄວຍ. (ພາບ: Bích Thuận/VOV-Bắc Kinh)  

 “ໂດຍແມ່ນຄົນລຸ້ນຫນຸ່ມ, ນອກຈາກການຮັບໃຊ້ໃຫ້ເຂົາເຈົ້າແລ້ວ ພວກຂ້າພະເຈົ້າກໍ່ຮ່ຳຮຽນໄດ້ຫລາຍຢ່າງຈາກເຂົາເຈົ້າຕໍ່ອະນາຄົດຂອງຕົນ. ສິ່ງນັ້ນໄດ້ນຳມາເຊິ່ງບັນດາຜົນປະໂຫຍດອັນໃຫຍ່ຫລວງໃຫ້ແກ່ຕະຫລອດເວລາດຳລົງຊີວິດທີ່ຍັງເຫລືອຂອງພວກຂ້າພະເຈົ້າ. ເຖິງວ່າ ພວກຂ້າພະເຈົ້າພວມຊ່ວຍເຫລືອ ຫວຽດນາມ ແລະ ປິ່ນປົວໃຫ້ແກ່ທະຫານເຈັບປ່ວຍ ຫວຽດນາມ. ແຕ່ພວກຂ້າພະເຈົ້າກໍ່ໄດ້ຮ່ຳຮຽນເອົາຫລາຍຄຸນນະທາດອັນດີງາມຈາກບັນດານາຍທະຫານເຫລົ່ານັ້ນ. ເຂົາເຈົ້າມີຄວາມອົດທົນຜ່ານຜ່າຄວາມຫຍຸ້ງຍາກລຳບາກເກັ່ງສຸດ. ສຳລັບຂ້າພະເຈົ້າແລ້ວ ເຂົາເຈົ້າແມ່ນຜູ້ໃກ້ຊິດສະຫນິດສະຫນົມ, ອົດທົນ ແລະ ຢາກຮ່ຳຢາກຮຽນ.”

ທ່ານນາງ ອູຊູຄວຍ ໂອ້ລົມກັບນັກຂ່າວ VOV. (ພາບ: Bích Thuận/VOV-Bắc Kinh)

ນອກຈາກເວລາປິ່ນປົວ ແລະ ເບິ່ງແຍງສຸຂະພາບໃຫ້ຄົນເຈັບແລ້ວ, ບັນດາແພດໝໍຂອງໂຮງໝໍ ນ່ານຈີຊານ ແລະທະຫານເຈັບປ່ວຍມາຈາກ ຫວຽດນາມ ຍັງພ້ອມກັນອ່ານຫນັງສືພິມ, ຟັງວິທະຍຸ, ຫັດແອບບັນດາສິລະປະເພື່ອຈັດຕັ້ງການລາຍການສະແດງສິລະປະເນື່ອງໃນໂອກາດວັນຊາດຂອງສອງປະເທດ ແລະ ເມື່ອບຸນເຕັດວຽນມາ.

ບໍ່ພຽງແຕ່ເບິ່ງແຍງດູແລໃຫ້ແກ່ທະຫານເຈັບປ່ວຍ, ທ່ານນາງ ອູຊູຄວຍ ຍັງບໍລິຈາກເລືອດ 1.600 ml ດ້ວຍຄວາມສະຫມັກໃຈເພື່ອປິ່ນປົວໃຫ້ເຂົາເຈົ້າ. ດ້ວຍບັນດາການປະກອບສ່ວນຂອງຕົນ, ທ່ານນາງ ອູຊູຄວຍ ໄດ້ຮັບເຊີນເຂົ້າຮ່ວມຫລາຍເຫດການສຳຄັນຢູ່ ຫວຽດນາມ.

 

top