• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂໍ້ຕົກລົງການຄ້າສ່ວນໜຶ່ງລະຫວ່າງ ອາເມລິກາ ແລະ ຈີນ ຈະຖືກເຊັນ

      ວັນທີ 15 ພະຈິກ, ທ່ານ Larry Kudlow ປະທານສະພາເສດຖະກິດແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ: ຂໍ້ຕົກລົງການຄ້າສ່ວນໜຶ່ງລະຫວ່າງ ອາເມລິກາ ແລະ ຈີນ ອາດຈະແມ່ນຂັ້ນລັດຖະມົນຕີເປັນຜູ້ເຊັນ ບໍ່ແມ່ນການນຳ 2 ປະເທດ. 
            ທ່ານ Kudlow ກໍ່ໃຫ້ຮູ້ວ່າ: ຄວາມມານະພະຍາຍາມສ້າງຂໍ້ຕົກລົງດ້ານການຄ້າພວມບັນລຸໄດ້ຄວາມຄືບໜ້າໃຫ້ສຳເລັດໄລຍະ 1. ເຖິງຢ່າງໃດກໍ່ຕາມ, ທ່ານໃຫ້ຮູ້ວ່າ: ປັດຈຸບັນວັນເວລາເຊັນຂໍ້ຕົກລົງຍັງບໍ່ທັນໄດ້ກຳນົດເທື່ອ.

ຂໍ້ຕົກລົງການຄ້າສ່ວນໜຶ່ງລະຫວ່າງ ອາເມລິກາ ແລະ ຈີນ ຈະຖືກເຊັນ (ພາບ: AFP/TTXVN)
      ໃນການໂອ້ລົມທາງໂທລະສັບໃນຕອນຄ່ຳວັນທີ 15 ພະຈິກ, ບັນດານັກເຈລະຈາ ອາເມລິກາ ແລະ ຈີນ ພວມມານະພະຍາຍາມຊອກຫາວິທີການຮັດແຄບຄວາມບໍ່ລົງລອຍກັນ. ເຖິງຢ່າງໃດກໍ່ຕາມ ທ່ານປະທານາທິບໍດີ Donald Trump ຍັງບໍ່ທັນເຫັນດີຍົກເລີກບໍ່ວ່າອັດຕາພາສີເພີ່ມເຕີມໃດທັງນັ້ນ, ໃນຂະນະນັ້ນ ຂອບຂະໜາດຂອງຄຳໝັ້ນສັນຍາຂອງ ຈີນ ຊື້ຜະລິດຕະພັນກະເສດ ອາເມລິກາ ກໍ່ຍັງບໍ່ທັນຈະແຈ້ງເທື່ອ.
 (ແຫຼ່ງຄັດຈາກ VOV)

ສື່ມວ​ນ​ຊົນ ລາວ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ສື່ມວ​ນ​ຊົນ ລາວ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ບັນດາອົງການສື່ມວນຊົນໃຫຍ່ຂອງລາວ ເຊັ່ນ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ, ສະຖານີໂທລະພາບແຫ່ງຊາດ ລາວ, ໜັງສືພິມປະຊາຊົນ, Vientiane Times, ປະເທດລາວ, ໄດ້ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.

Top