ແຕ່ເວລາ 00:00 ໂມງຂອງວັນທີ 15 ພຶດສະພາ 2022, ຫວຽດນາມ ໄດ້ຢຸດຊົ່ວຄາວ ການກຳນົດການກວດພະຍາດ SARS-CoV-2 ກ່ອນເຂົ້າ ຫວຽດນາມ. ນີ້ແມ່ນການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ໃນໂທລະເລກທາງການສະບັບເລກທີ 416/CĐ-TTg ລົງວັນທີ 13 ພຶດສະພາ 2022”.
ກະຊວງສາທາລະນະສຸກ ໄດ້ຊີ້ນຳການປະຕິບັດມາດຕະ ການ ປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງ ໂຄວິດ-19 ໃຫ້ແກ່ຜູ້ທ່ີເດີນທາງເຂົ້າມາ ຫວຽດນາມ ໃນເອກະສານເລກທີ 1265/BYT-DP ດັ່ງນີ້:
+ ສຳລັບຜູ້ທ່ີເດີນທາງ ເຂົ້າມາທາງອາກາດ: ຕ້ອງມີຜົນກວດເປັນລົບ SARS-CoV-2 (ຍົກເວັ້ນເດັກນ້ອຍອາຍຸຕ່ຳກວ່າ 2 ປີ) ກ່ອນອອກເດີນທາງພາຍໃນ 72 ຊົ່ວໂມງ ຖ້າໃຊ້ວິທີ RT-PCR/ RT-LAMP ຫຼື ພາຍໃນ 24 ຊົ່ວໂມງ ຖ້າໃຊ້ ວິທີການກວດຫາເຊື້ອ ໄວຣັດ SARS-CoV-2 ໂດຍໄວ ແລະ ໄດ້ຮັບການຮັບ ຮອງ ຈາກໜ່ວຍງານທ່ີມີອໍານາດການ ຂອງ ປະເທດທ່ີທໍາການທົດສອບ.
+ ສຳລັບຄົນທີ່ເຂົ້າມາດ້ວຍເສັ້ນທາງອື່ນ (ທາງບົກ, ທາງນ້ຳ, ທາງລົດໄຟ): ຕ້ອງມີການທົດສອບ ຄືກັບການເດີນທາງເຂົ້າມາທາງອາກາດ.
+ ໃນກໍລະນີ ທີ່ຍັງບໍ່ທັນມີຜົນກວດ ເປັນລົບຕໍ່ SARS-CoV-2 ຕາມທີ່ໄດ້ກຳນົດໄວ້ຂ້າງເທິງ, ການກວດ SARS-CoV-2 ຈະຕ້ອງດໍາເນີນການກວດ ຫາເຊື້ອ ພາຍໃນ 24 ຊົ່ວໂມງ ທຳອິດ (ດ້ວຍວິທີ RT-PCR/RT-LAMP ຫຼືກວດຫາເຊື້ອໂດຍໄວແບບ SARS-CoV-2) ຕັ້ງແຕ່ເດີນທາງເຂົ້າມາ.
- ຖ້າຜົນກວດເປັນລົບ, ອະນຸຍາດໃຫ້ອອກຈາກບ່ອນຢູ່ອາ ໄສ ແລະ ປະຕິບັດມາດຕະການປ້ອງກັນການລະບາດ ຕາມທີ່ໄດ້ກຳນົດ.
- ຖ້າຜົນກວດອອກມາເປັນບວກ, ຕ້ອງລາຍງານໃຫ້ອົງ ການສາທາລະນະສຸກ ໃນພື້ນທ່ີ ຮັບຮູ້ທັນທີ ເພື່ອຮັບຄຳແນະນຳໃນການປະຕິບັດໃຫ້ທັນເວລາ.
+ສຳລັບເດັກນ້ອຍອາຍຸຕ່ຳກວ່າ 2 ປີ ບໍ່ຈຳເປັນຕ້ອງກວດ SARS-CoV-2, ຍັງບໍ່ທັນໄດ້ ສັກ ວັກຊີນ ຕ້ານ COVID-19 ຫຼື ບໍ່ເຄີຍຕິດເຊື້ອ SARS-CoV-2 ແມ່ນອະນຸຍາດໃຫ້ເຂົ້າ ແລະ ເຂົ້າຮ່ວມກິດຈະກຳ ນອກສະຖານທີ່ຕ່າງໆ ກັບພໍ່ແມ່, ຍາດພີ່ ນ້ອງ.
+ ຕ້ອງປະຕິບັດ ແຈ້ງທາງການແພດ ກ່ອນເຂົ້າປະເທດ:
- ຜູ້ທີ່ເດີນທາງເຂົ້າມາ ຈະຕ້ອງເຮັດໃບແຈ້ງທາງການແພດກ່ອນເຂົ້າ ແລະ ໃບແຈ້ງທາງການແພດ (PC-COVID) ໃນເວລາ ພັກເຊົາຢູ່ ຫວຽດນາມ ຕາມທີ່ກຳນົດ.
- ຢູ່ດ່ານຊາຍແດນ, ຖ້າມີອາການຕິດເຊື້ອ SARS-CoV-2, ຕ້ອງໄດ້ແຈ້ງໃຫ້ອົງການສາທາລະນະສຸກ ຢູ່ດ່ານຊາຍແດນ ທັນ ທີ ເພື່ອປະຕິບັດມາດຕະການທາງການແພດ ທີ່ໄດ້ກໍານົດ.
+ ພາຍໃນ 10 ມື້ນັບຈາກມື້ເຂົ້າ ຕ້ອງຕິດຕາມສຸຂະພາບດ້ວຍຕົນເອງ, ຖ້າມີອາການຕິດເຊື້ອ SARS-CoV-2 ຕ້ອງໄດ້ແຈ້ງໃຫ້ສາທາລະນະສຸກ ໃນພື້ນທີ່ໃກ້ທີສຸດ ໄດ້ຮັບຮູ້.
+ ສຳລັບຜູ້ທີ່ຍັງບໍ່ໄດ້ກວດຫາເຊື້ອພະຍາດ SARS-CoV-2 ກ່ອນຈະອອກນອກປະເທດ: ໃນໄລຍະເຄື່ອນຍ້າຍຈາກດ່ານເຂົ້າ-ອອກ ມາຍັງສະຖານທີ່ພັກເຊົາ ແມ່ນຈຳກັດການ ຈອດລົດຕາມທາງ; ຫຼີກເວັ້ນການໃກ້ຊິດກັບຄົນອ້ອມຂ້າງ.
ປະຕິບັດ: VNA/VNP