ຂ່າວສານ

ຂໍ້ກຳນົດກ່ຽວກັບການຕ້ານການແຜ່ລະບາດ ຂອງ ໂຄວິດ-19 ສຳລັບຜູ້ເດີນທາງເຂົ້າມາ ຫວຽດນາມ

(ນຳໃຊ້ຕັ້ງແຕ່ວັນທີ 15 ພຶດສະພາ 2022)

    

ແຕ່​ເວລາ 00:00 ​ໂມງ​ຂອງ​ວັນ​ທີ 15 ພຶດສະພາ 2022, ຫວຽດນາມ ​ໄດ້​ຢຸດຊົ່ວຄາວ ການ​ກຳນົດ​ການ​ກວດ​ພະຍາດ SARS-CoV-2 ​ກ່ອນ​ເຂົ້າ​ ຫວຽດນາມ. ນີ້​ແມ່ນ​ການ​ຊີ້​ນຳ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃນ​ໂທລະເລກທາງການ​ສະ​ບັບ​ເລກ​ທີ 416/CĐ-TTg ລົງ​ວັນ​ທີ 13 ພຶດສະພາ 2022”.

ກະຊວງ​ສາທາລະນະ​ສຸກ ​ໄດ້​ຊີ້​ນຳ​ການ​ປະຕິບັດ​ມາດ​ຕະ ການ ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ ໂຄ​ວິດ-19 ​ໃຫ້​ແກ່​ຜູ້ທ່ີເດີນທາງ​ເຂົ້າ​ມາ ​ຫວຽດນາມ ​ໃນ​ເອກະສານ​ເລກທີ 1265/BYT-DP ດັ່ງ​ນີ້:

+ ສຳລັບຜູ້ທ່ີເດີນທາງ ເຂົ້າມາທາງອາກາດ: ຕ້ອງມີຜົນກວດເປັນລົບ SARS-CoV-2 (ຍົກເວັ້ນເດັກນ້ອຍອາຍຸຕ່ຳກວ່າ 2 ປີ) ກ່ອນອອກເດີນທາງພາຍໃນ 72 ຊົ່ວໂມງ ຖ້າໃຊ້ວິທີ RT-PCR/ RT-LAMP ຫຼື ພາຍໃນ 24 ຊົ່ວໂມງ ຖ້າໃຊ້ ວິທີການກວດຫາເຊື້ອ ໄວຣັດ SARS-CoV-2 ໂດຍໄວ ແລະ ໄດ້ຮັບການຮັບ ຮອງ ຈາກໜ່ວຍງານທ່ີມີອໍານາດການ ຂອງ ປະເທດທ່ີທໍາການທົດສອບ.

+ ສຳລັບຄົນທີ່ເຂົ້າມາດ້ວຍເສັ້ນທາງອື່ນ (ທາງບົກ, ທາງນ້ຳ, ທາງລົດໄຟ): ຕ້ອງມີການທົດສອບ ຄືກັບການເດີນທາງເຂົ້າມາທາງອາກາດ.

+ ໃນກໍລະນີ ທີ່ຍັງບໍ່ທັນມີຜົນກວດ ເປັນລົບຕໍ່ SARS-CoV-2 ຕາມທີ່ໄດ້ກຳນົດໄວ້ຂ້າງເທິງ, ການກວດ SARS-CoV-2 ຈະຕ້ອງດໍາເນີນການກວດ ຫາເຊື້ອ ພາຍໃນ 24 ຊົ່ວໂມງ ທຳອິດ (ດ້ວຍວິທີ RT-PCR/RT-LAMP ຫຼືກວດຫາເຊື້ອໂດຍໄວແບບ SARS-CoV-2) ຕັ້ງແຕ່ເດີນທາງເຂົ້າມາ.

- ຖ້າຜົນກວດເປັນລົບ, ອະນຸຍາດໃຫ້ອອກຈາກບ່ອນຢູ່ອາ ໄສ ແລະ ປະຕິບັດມາດຕະການປ້ອງກັນການລະບາດ ຕາມທີ່ໄດ້ກຳນົດ.

- ຖ້າຜົນກວດອອກມາເປັນບວກ, ຕ້ອງລາຍງານໃຫ້ອົງ ການສາທາລະນະສຸກ ໃນພື້ນທ່ີ ຮັບຮູ້ທັນທີ ເພື່ອຮັບຄຳແນະນຳໃນການປະຕິບັດໃຫ້ທັນເວລາ.

+ສຳລັບເດັກນ້ອຍອາຍຸຕ່ຳກວ່າ 2 ປີ ບໍ່ຈຳເປັນຕ້ອງກວດ SARS-CoV-2, ຍັງບໍ່ທັນໄດ້ ສັກ ວັກຊີນ ຕ້ານ COVID-19 ຫຼື ບໍ່ເຄີຍຕິດເຊື້ອ SARS-CoV-2 ແມ່ນອະນຸຍາດໃຫ້ເຂົ້າ ແລະ ເຂົ້າຮ່ວມກິດຈະກຳ ນອກສະຖານທີ່ຕ່າງໆ ກັບພໍ່ແມ່, ຍາດພີ່ ນ້ອງ.

+ ຕ້ອງປະຕິບັດ ແຈ້ງທາງການແພດ ກ່ອນເຂົ້າປະເທດ:

- ຜູ້​ທີ່​ເດີນທາງເຂົ້າ​ມາ​ ຈະຕ້ອງ​ເຮັດ​ໃບ​ແຈ້ງ​ທາງການ​ແພດ​ກ່ອນ​ເຂົ້າ​ ແລະ ​ໃບແຈ້ງທາງ​ການ​ແພດ (PC-COVID) ໃນເວລາ ພັກເຊົາຢູ່​ ຫວຽດ​ນາມ ຕາມ​ທີ່​ກຳ​ນົດ.

- ຢູ່ດ່ານຊາຍແດນ, ຖ້າມີອາການຕິດເຊື້ອ SARS-CoV-2, ຕ້ອງໄດ້ແຈ້ງໃຫ້ອົງການສາທາລະນະສຸກ ຢູ່ດ່ານຊາຍແດນ ທັນ ທີ ເພື່ອປະຕິບັດມາດຕະການທາງການແພດ ທີ່ໄດ້ກໍານົດ.

+ ພາຍໃນ 10 ມື້ນັບຈາກມື້ເຂົ້າ ຕ້ອງຕິດຕາມສຸຂະພາບດ້ວຍຕົນເອງ, ຖ້າມີອາການຕິດເຊື້ອ SARS-CoV-2 ຕ້ອງໄດ້ແຈ້ງໃຫ້ສາທາລະນະສຸກ ໃນພື້ນທີ່ໃກ້ທີສຸດ ໄດ້ຮັບຮູ້.

+ ສຳລັບຜູ້ທີ່ຍັງບໍ່ໄດ້ກວດຫາເຊື້ອພະຍາດ SARS-CoV-2 ກ່ອນຈະອອກນອກປະເທດ: ໃນໄລຍະເຄື່ອນຍ້າຍຈາກດ່ານເຂົ້າ-ອອກ ມາຍັງສະຖານທີ່ພັກເຊົາ ແມ່ນຈຳກັດການ ຈອດລົດຕາມທາງ; ຫຼີກເວັ້ນການໃກ້ຊິດກັບຄົນອ້ອມຂ້າງ.

ປະຕິບັດ: VNA/VNP


top