• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“ຂະ​ບວນ​ການບໍ​ລິ​ຈາກ​ເລືອດ” ທົ່ວ​ປະ​ເທດ ປີ 2024 ສູ້​ຊົນ ​ຮັບ​ເລືອດຢ່າງ​ໜ້ອຍ​ສຸດ 120.000 ​ຖົງ

“ຂະບວນການບໍລິຈາກເລືອດ” ປີ 2024 ດ້ວຍຄາດໝາຍ: ໂຄສະນາ ແລະ ໃຫ້ຄຳປຶກສາ ໃຫ້ແກ່ ປະຊາຊົນ 1 ລ້ານເທື່ອຄົນ ກ່ຽວກັບການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ແລະ ພະຍາດເລືອດຈາງແຕ່ເກີດ; ຄາດວ່າຈະຮັບເອົາເລືອດຢ່າງໜ້ອຍສຸດ 120.000 ຖົງ
ທ່ານນາງ ບຸຍທິຮ່ວາ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບການຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ປະທານສູນກາງສະພາກາແດງ ຫວຽດນາມ ກ່າວຄຳດເຫັນທີພິທີ (ພາບ: VOV)

ວັນທີ 2 ມິຖຸນາ, ຢູ່ນະຄອນ ບວນມາທວດ, ແຂວງ ດັກລັກ, ຄະນະຈັດຕັ້ງຂະບວນການບໍລິຈາກເລືອດ ສູນກາງ ໄດ້ສົມທົບກັບຄະນະຊີ້ນຳການຂົນຂວາຍບໍລິຈາກເລືອດດ້ວຍຄວາມສະຫມັກໃຈ ແຂວງດັກລັກ ຈັດຕັ້ງພິທີໄຂໂຄງການຂົນຂວາຍການບໍລິຈາກເລືອດ ດ້ວຍຄວາມສະໝັກໃຈ “ຂະບວນການບໍລິຈາກເລືອດ” ທົ່ວປະເທດຄັ້ງທີ XII.

ນີ້ແມ່ນເຫດການເປີດສາກໃຫ້ແກ່ຂະບວນການທີ່ແກ່ຍາວ 2 ເດືອນ ( ເດືອນມິຖຸນາ ແລະ ເດືອນກໍລະກົດ), ຜ່ານ 51 ແຂວງ, ນະຄອນໃນທົ່ວປະເທດ. “ຂະບວນການບໍລິຈາກເລືອດ” ປີ 2024 ດ້ວຍຄາດໝາຍ: ໂຄສະນາ ແລະ ໃຫ້ຄຳປຶກສາ ໃຫ້ແກ່ ປະຊາຊົນ 1 ລ້ານເທື່ອຄົນ ກ່ຽວກັບການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ແລະ ພະຍາດເລືອດຈາງແຕ່ເກີດ; ຄາດວ່າຈະຮັບເອົາເລືອດຢ່າງໜ້ອຍສຸດ 120.000 ຖົງ, ຂົນຂວາຍ ຜູ້ອາສາສະໝັກຢ່າງໜ້ອຍສຸດ 8000 ຄົນ ຢູ່ບັນດາທ້ອງຖິ່ນ ແມ່ນພະນັກງານ, ສະມາຊິກສະພາກາແດງ, ຊາວໜຸ່ມ, ເຍົາວະຊົນ, ຜູ້ອາສາສະໝັກເຂົ້າຮ່ວມ “ຂະບວນການບໍລິຈາກເລືອດ” ແລະ ບັນດາການເຄື່ອນໄຫວມະນຸດສະທຳ ຢູ່ທ້ອງຖິ່ນ, ອົງການ

ເພື່ອປະຕິບັດເປົ້າໝາຍນີ້, ທ່ານນາງ ບຸຍທິຮ່ວາ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບການຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈ, ປະທານສູນກາງສະພາກາແດງ ຫວຽດນາມ ສະເໜີວ່າ:

 “ຄະນະຊີ້ນຳການຂົນຂວາຍບໍລິຈາກເລືອດດ້ວຍຄວາມໝັກໃຈ ຢູ່ບັນດາທ້ອງຖິ່ນ ແລະ ຄະນະຈັດຕັ້ງ “ຂະບວນການບໍລິຈາກເລືອດ” ສ້າງແຜນການຈັດຕັ້ງຜັນຂະຫຍາຍໃຫ້ເໝາະສົມກັບເງື່ອນໄຂຕົວຈິງ ຂອງທ້ອຖິ່ນຕົນຍູ້ແຮງບັນດາຮູບແບບການໂຄສະນາຢ່າງມີຫົວຄິດປະດິດສ້າງ ກ່ຽວກັບບັນດາຄຸນຄ່າທີ່ດີງາມທາງດ້ານມະນຸດສະທຳຂອງການເຄື່ອນໄຫວບໍລິຈາກເລືອດເອົາໃຈໃສ່ເຖິງວຽກງານປະສານສົມທົບລະຫວ່າງບັນດາຂະແໜງການທຸກຂັ້ນລະຫວ່າງວຽກງານຂົນຂວາຍໂຄສະນາຂົນຂວາຍ ແລະ ຕິບັດຂັ້ນຕອນບໍລິຈາກເລືອດຮັບເອົາເລືອດບໍລິຈາກ…. ເພື່ອໃຫ້ບັນດາບັ້ນບໍລິຈາກ ແລະ ເຫດການກ່ຽວກັບເລືອດ ແລະ ການຈົດທະບຽນບໍລິຈາກອະໄວຍາວະ… ມີຄວາມປອດໄພປະຢັດ ແລະ ມີປະສິດທິຜົນຢ່າງແທ້ຈິງ.

(ແຫຼ່ງຄັດຈາກ VOV)

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທີ່ພົ້ນເດັ່ນຂອງ ຫວຽດນາມ ໃນປີ 2025 ໂດຍສຳນັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ:

Top