• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂະແໜງການສຶກສາສຸມໃສ່ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ


ທ່ານ​ປະທານ​ປະ​ເທດ ຫວຽດ​ນາມ ​ເຈີ່ນ​ດ້າຍ​ກວາງ ​ຢ້ຽມຢາມ​ເຮັດ​ວຽກ,
 ອວຍພອນ​ບຸນ​ເຕັດ​ໝູ່​ຄະນະ​ພະນັກງານ, ຄູ​ສອນ​ຂະ​​ແໜງ​ການສຶກສາ


      ຕອນ​ບ່າຍວັນ​ທີ 04/02, ຢູ່​ສຳນັກງານ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ, ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດ​ນາມ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ລົງ​ຢ້ຽມຢາມ​ເຮັດ​ວຽກ, ອວຍພອນ​ບຸນ​ເຕັດ​ໝູ່​ຄະນະ​ພະນັກງານ, ຄູ​ສອນ, ລັດຖະກອນ, ພາລະ​ກອນ​ຂະ​​ແໜງ​ການສຶກສາ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້ ທ່ານ​ປະທານ​ປະ​ເທດ​ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ: ການສຶກສາ ​ແລະ ບຳລຸງ​ສ້າງ​ແມ່ນລັດຖະນະ​ໂຍບາຍ​ແຖວ​ໜ້າ, ​ແມ່ນ​ພາລະກິດ​ຂອງ​ພັກ, ລັດ ​ແລະ ຂອງ​ທົ່ວ​ປວງ​ຊົນ; ການລົງທຶນ​ໃຫ້ການ​ສຶກສາ ​ແມ່ນ​ການລົງທຶນ​ພັດທະນາ. ນີ້​ແມ່ນ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ກ້າຍ​ກວາງ ສະ​ເໜີ​ຂະ​ແໜງ​ການ​ສຶກສາ​ສືບ​ຕໍ່​ຊາບ​ຊຶມ​ຢ່າງ​ເລິກ​ເຊິ່ງ ​ແລະ ຫັນ​ບັນດາ​ທັດສະນະ, ຈຸດໝາຍ, ໜ້າ​ທີ່, ມາດ​ຕະການ​ປ່ຽນ​ໃໝ່ພື້ນຖານການ​ສຶກສາ ​ແລ​ະ ບຳລຸງ​ສ້າງ​​ໂດຍ​ພື້ນ​ຖານ, ຮອບ​ດ້ານ​ເປັນ​ລະອຽດ; ຖື​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ແມ່ນ​ລັດຖະນະ​ໂຍບາຍ​ແຖ​ວໜ້າ, ມີ​ບົດບາດ​ສຳຄັນ​ທີ່​ສຸດ​ສຳລັບຄວາມຈະ​ເລີ​ນຮຸ່ງ​ເຮືອງຂອງ​ປະ​ເທດ​ຊາດ.
        ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ກໍ່​ຮຽກ​ຮ້ອງ​ຂະ​ແໜງ​ການ​ສຶກສາສຸມ​ໃສ່​ພັດທະນາ​ຖັນ​ແຖວ​ຄູ​ອາຈານ ​ແລະ ພະນັກງານ​ຄຸ້ມ​ຄອງ ຕອບ​ສະໜອງ​ຄວາມຮຽກຮ້ອງ​ຕ້ອງການ​ປ່ຽນ​ໃໝ່​ການ​ສຶກສາ ​ແລ​ະ ບຳລຸງ​ສ້າງ. ຂະ​ແໜງ​ການ​ສຶກສາ​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ສຶກສາ, ບຳລຸງ​ສ້າງ​ຢູ່​ເຂດຫ່າງ​ໄກ​ສອກຫລີກ, ​ເຂດປະສົບ​ຄວາມ​ຫຍຸ້ງ​ຍາກ​​ເປັນພິ​ເສດ, ຮັບປະກັນ​ໃຫ້​ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ, ພໍ່​ແມ່​ປະຊາຊົນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ໄດ້​ຮ່ຳຮຽນ, ຍົກ​ສູງ​ລະດັບ​ຄວາມ​ຮູ້, ທັກ​ສະວິຊາ​ສະ​ເພາະ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ບັນດາ​ຄະນະ, ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ເອົາ​ໃຈ​ໃສ່​​ກ່ວາ​ອີກ ເຖິງ​ພາລະກິດ​ສຶກສາ ​ແລະ​ ບຳລຸງ​ສ້າງ, ຮ່ວມ​ແຮງ​ຮ່ວມ​ໃຈ​ເບິ່ງ​ແຍງດູ​ແລ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ສິ່ງ​ຕິດ​ຂັດ ​ແລະ ລົງທຶນ​​ໃຫ້​ການ​ສຶກສາ​ຫລາຍ​ກ່ວາ​ອີກ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top