ຂ່າວສານ
ກໍ່ສ້າງສຳເລັດເຮືອນເກືອບ 900 ຫຼັງໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ
65 ປີພາຍຫຼັງວິນາດສະກຳທາດພິດສີສົ້ມຢູ່ ຫວຽດນາມ, ບັນດາຜົນຕາມມາຈາກສົງຄາມຍັງປະກົດຂຶ້ນໃນການດຳລົງຊີວິດຂອງຫຼາຍຄອບຄົວ. ແກ້ໄຂຜົນຕາມມາຈາກທາດພິດສີສົ້ມ/ດີໂອຊິນແມ່ນໜ້າທີ່ໂດຍ ຫວຽດນາມຜັນຂະຫຍາຍນັບແຕ່ຫຼາຍປີມານີ້ດ້ວຍບັນດານະໂຍບາຍສະຫງວນໃຫ້ແກ່ຜູ້ປະສົບເຄາະຮ້າຍ ແລະ ຄອບຄົວ, ຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫຼຸດຜ່ອນຄວາມຫຍຸ້ງຍາກ, ມີການດຳລົງຊີວິດເປັນປົກກະຕິ. ປີນີ້, ວຽກງານນີ້ ມີບາດກ້າວພັດທະນາຕື່ມອີກເມື່ອເປັນຄັ້ງທຳອິດ ໂຄງການໜູນຊ່ວຍການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປເພໄດ້ຈັດຕັ້ງປະຕິບັດສຳລັບລູກຂອງຜູ້ເຄື່ອນໄຫວໃນໄລຍະຕໍ່ຕ້ານຖືກຕິດທາດພິດເຄມີໃນທົ່ວປະເທດ. ໂຄງການໂດຍກະຊວງປ້ອງກັນປະເທດເປັນເຈົ້າພາບປະສານສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຜັນຂະຫຍາຍ. ໄລ່ຮອດທ້າຍເດືອນກໍລະກົດ 2026, ມີເຮືອນຢູ່ 2.092 ຫຼັງໄດ້ຮັບການເລີ່ງລົງມືກໍ່ສ້າງ, ໃນນັ້ນມີເຮືອນ 900 ຫຼັງໄດ້ກໍ່ສ້າງສຳເລັດ.






