• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກໍາປູເຈຍ ຊົມເຊີຍໂຄງການຂອງບັນດານັກລົງທຶນຫວຽດນາມ

ກຸ່ມບໍລິສັດ VRG ໄດ້ລົງທຶນໃນຂົງເຂດປູກຝັງ, ບົວລະບັດ,ຂຸດຄົ້ນ ແລະ ປຸງແຕ່ງຢາງພາລາ ຢູ່ 19 ຈຸດ ຢູ່ ກໍາປູເຈຍ ດ້ວຍລວມມູນຄ່າປະຕິບັດຮອດທ້າຍປີ 2018 ບັນລຸ ປະມານ 750 ລ້ານ USD.
ທີ່ກອງປະຊຸມສະຫຼຸບການລົງທຶນປູກຢາງພາລາຂອງບັນດາບໍລິສັດລູກ ຂອງ ກຸ່ມບໍລິສັດອຸດສາຫະກໍາຢາງພາລາ ຫວຽດນາມ (VRG) ແລະ ບໍລິສັດເອກະຊົນຫວຽດນາມຢູ່ກໍາປູເຈຍ ຈໍານວນໜຶ່ງ  ທີ່ດໍາເນີນໃນວັນທີ 28 ກຸມພາ - 1 ມີນາ ຢູ່ນະຄອນ ພະນົມເປັນ, ກໍາປູເຈຍ, ການນໍາກໍາປູເຈຍ ໄດ້ຕີລາຄາສູງການເຂົ້າຮ່ວມຂອງບັນດານັກລົງທຶນຫວຽດນາມ ທີ່ໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ພື້ນຖານເສດຖະກິດຂອງປະເທດນີ້.

ທ່ານ Yim Chlayly  ຮອງນາຍົກລັດຖະມົນຕີ ທັງເປັນປະທານສະພາຟື້ນຟູ ແລະ ພັດທະນາກະສິກໍາ ກໍາປູເຈຍກ່າວຄໍາເຫັນທີ່ກອງປະຊຸມ  (ພາບ:baotintuc.vn)

 ເຂົ້າຮ່ວມ ແລະ ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ Yim Chlayly  ຮອງນາຍົກລັດຖະມົນຕີ ທັງເປັນປະທານສະພາຟື້ນຟູ ແລະ ພັດທະນາກະສິກໍາ ກໍາປູເຈຍ ໃຫ້ຂໍ້ສັງເກດວ່າ, ໂຄງການປູກຢາງພາລາ ດ້ວຍເນື້ອທີ 100.000 Ha ຂອງຫວຽດນາມ ໄດ້ປະກອບສ່ວນຫຼາຍພໍສົມຄວນເຂົ້າໃນພາລະກິດພັດທະນາເສດຖະກິດຂອງ ກໍາປູເຈຍ. ກຸ່ມບໍລິສັດ VRG ໄດ້ລົງທຶນໃນຂົງເຂດປູກຝັງ, ບົວລະບັດ, ຂຸດຄົ້ນ ແລະ ປຸງແຕ່ງຢາງພາລາ ຢູ່ 19 ຈຸດ ຢູ່ ກໍາປູເຈຍ ດ້ວຍລວມມູນຄ່າປະຕິບັດຮອດທ້າຍປີ 2018 ບັນລຸ ປະມານ 750 ລ້ານ USD. ໂຄງການດັ່ງກ່າວ ໄດ້ຊ່ວຍສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ ກໍາປູເຈຍ, ສ້າງພື້ນຖານໂຄງລ່າງຄື ໂຮງຮຽນ, ສຸກສາລາ, ລະບົບນໍ້າສະອາດ, ຕາໜ່າງໄຟຟ້າ ແລະ ຖະໜົນຫົນທາງ... ທັງນີີ້ ໄດ້ປະກອບສ່ວນຕັ້ງໜ້າເຂົ້າໃນວຽກງານລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ ໃຫ້ແກ່ປະຊາຊົນຢູ່ບັນດາເຂດປູກຢາງພາລາ.
(ແຫຼ່ງຄັດຈາກ VOV)

ການ​ເຕີບ​ໂຕ​ຕ້ອງ​ມີ​ຄວາມແທ້​ຈິງ, ນຳ​ໃຊ້​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ການ​ເຕີບ​ໂຕ​ຕ້ອງ​ມີ​ຄວາມແທ້​ຈິງ, ນຳ​ໃຊ້​ແຫຼ່ງ​ກຳ​ລັງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ໜຶ່ງໃນບັນດາເນື້ອໃນສຳຄັນທີ່ ທ່ານ ໂຕເລິມ, ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຕື້ອງເຖິງ ເມື່ອກ່າວຄຳປາໄສອັດກອງປະຊຸມສູນກາງ ທີ່ຈັດຂຶ້ນໃນວັນທີ 25 ມີນາ ແມ່ນເປົ້າໝາຍການເຕີບໂຕເສດຖະກິດ “ສອງຕົວເລກ”. ທ່ານເລຂາທິການໃຫ່ຍໄດ້ຍົກອອກສີ່ຫຼັກການແກ່ນສານເພື່ອຄວບຄຸມວິທີເດີນຕາມເປົ້າໝາຍດັ່ງກ່າວ. ນັ້ນແມ່ນການເຕີບໂຕຕ້ອງມີຄວາມແທ້ຈິງ; ຕ້ອງຮັກສາເສດຖະກິດມະຫາພາກເປັນປົກກະຕິ; ຕ້ອງນຳໃຊ້ແຫຼ່ງກຳລັງຢ່າງມີປະສິດທິຜົນ ແລະ ຕ້ອງມຸ່ງໄປເຖິງການຍົກສູງຊີວິດຂອງ ປຊຊ, ຮັບປະກັນຄວາມຍຸດຕິທຳໃນສັງຄົມ.

Top