• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ່ຳປັ່ນຂົນສົ່ງທັນຍາຫານລຳທີ 25 ເດີນທາງອອກຈາກ ຢູແກຼນ ຕາມຂໍ້ຕົກລົງກັບ ລັດເຊຍ

ມາຮອດປະຈຸບັນ, ມີທັນຍາຫານຂອງ ຢູແກຼນ ຈຳນວນ 600.000 ໂຕນໄດ້ສົ່ງອອກ ຜ່ານ “ແລວປອດໄພ” ເຊິ່ງ ມົດສະກູ ແລະ ກີແອັບ ເຫັນດີຢູ່ ອິດສະຕານບູນ (ຕວກກີ) ໃນເດືອນ ກໍລະກົດ.
  ມາຮອດປະຈຸບັນ, ມີທັນຍາຫານຂອງ ຢູແກຼນ ຈຳນວນ 600.000 ໂຕນໄດ້ສົ່ງອອກ (ພາບ: AFP/TTXVN)  

ວັນທີ 18 ສິງຫາ, ຢູແກຼນ ໃຫ້ຮູ້ວ່າ ກ່ຳປັ່ນຂົນສົ່ງທັນຍາຫານລຳທີ 25 ໄດ້ເດີນທາງອອກຈາກທ່າກ່ຳປັ່ນຂອງປະເທດນີ້ ຕາມຂໍ້ຕົກລົງກັບ ລັດເຊຍ ໂດຍ ຕວກກີ ແລະ ສະຫະປະຊາຊາດ ເປັນຄົນກາງໄກ່ເກ່ຍ. ກ່ຳປັ່ນລຳດັ່ງກ່າວອອກເດີນທາງໃນສະພາບທີ່ ທ່ານປະທານາທິບໍດີ ຕວກກີ Tayyip Erdogan ແລະ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Gterres ພວມດຳເນີນການເຈລະຈາຢູ່ນະຄອນ Lvov (ທາງທິດຕາເວັນຕົກ ຢູແກຼນ) ພ້ອມກັບທ່ານ Volodymyr Zelensky, ປະທານາທິບໍດີປະເທດ ຢູແກຼນ. ສິນຄ້າດັ່ງກ່າວຈະສົ່ງໄປຍັງ ອີຢິບ ໃນຊຸມມື້ຈະມາເຖິງ. ມາຮອດປະຈຸບັນ, ມີທັນຍາຫານຂອງ ຢູແກຼນ ຈຳນວນ 600.000 ໂຕນໄດ້ສົ່ງອອກ ຜ່ານ “ແລວປອດໄພ” ເຊິ່ງ ມົດສະກູ ແລະ ກີແອັບ ເຫັນດີຢູ່ ອິດສະຕານບູນ (ຕວກກີ) ໃນເດືອນ ກໍລະກົດ. 

(ແຫຼ່ງຄັດຈາກ VOV)

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top