• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກ່ວາ 5.4 ລ້ານຄົນໃນທົ່ວໂລກເສຍຊີວິດຍ້ອນໂລກລະບາດໂຄວິດ-19

      ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ອິນໂດເນເຊຍ ໄດ້ຢັ້ງຢືນມີຜູ້ຕິດເຊື້ອຫຼາຍໝູ່ ດ້ວຍຈຳນວນກວ່າ 4.2 ລ້ານຄົນ,
 ຜູ້ເສຍຊີວິດຍ້ອນໂຄວິດ 19 ຢູ່ ນິວເດລີ ປະເທດອິນເດຍ (ພາບ: AFP/TTXVN)
      ຕາມເວັບໄຊສະຖິຕິ worldometers.info, ແລ້ວ, ໄລ່ຮອດເວລາ 2 ໂມງເຊົ້າຂອງວັນທີ 25 ທັນວາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ 19 ກ່ວາ 279.3 ລ້ານຄົນແລ້ວ, ໃນນັ້ນ ຜູ້ເສຍຊີວິດແມ່ນກ່ວາ 5.4 ລ້ານຄົນ. ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນບັນດາປະເທດມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍກ່ວາໝູ່. ຖັດຈາກນັ້ນແມ່ນບັນດາປະເທດເອີລົບ, ໃນນັ້ນ, ອັງກິດ ມີຜູ້ຕິດເຊື້ອກ່ວາ 11.8 ລ້ານຄົນ, ລັດເຊຍ ແມ່ນ 10.3 ລ້ານຄົນ, ຕວກກີ ແມ່ນກ່ວາ 9.2 ລ້ານຄົນ, ຝະລັ່ງ ກ່ວາ 8.9 ລ້ານຄົນ ແລະ ເຢຍລະມັນ ມີຜູ້ຕິດເຊື້ອພະຍດວດກ່ວາ 6.9 ລ້ານຄົນ.
   ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ອິນໂດເນເຊຍ ໄດ້ຢັ້ງຢືນມີຜູ້ຕິດເຊື້ອຫຼາຍໝູ່ ດ້ວຍຈຳນວນກວ່າ 4.2 ລ້ານຄົນ,  ຖັດຈາກນັ້ນແມ່ນ ຟິລິບປິນ, ມາເລຊຍ ແລະ ໄທ ລ້ວນແຕ່ໄດ້ຢັ້ງຢືນມີຜູ້ຕິດເຊື້ອກ່ວາ 2.2 ລ້ານຄົນ.
ສ່່ວນຢູ່ ຫວຽດນາມ, ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 15.586 ຄົນ, ໃນນັ້ນຜູ້ເຂົ້າເມືອງ 27 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 14.423 ຄົນ, ຍົກຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິຂຶ້ນເປັນ 1.229.684 ຄົນ. ມາຮອດປະຈຸບັນ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 1.636.455 ຄົນ.
ຮອດຕອນບ່າຍວັນທີ 25 ທັນວາ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ-19 ກວ່າ 144.5 ລ້ານໂດສ.  
(ແຫຼ່ງຄັດຈາກ VOV)

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ມີ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ​ກ່​ວາ 20 ແຫ່ງ​ຈະ​​ແລກ​ປ່ຽນການ​ຄ້າ​ໂດຍ​ກົງ​ຢູ່​ງານ​ຕະຫຼາດ​ນັດ​ລະ​ດູ​ໃບ​ໄມ້ຫຼົ່ນ 2025

ເຫດການມີການເຂົ້າຮ່ວມຂອງກ່ວາ 20 ວິສາຫະກິດທີ່ມາຈາກນິວຊີແລນ ໃນຫຼາຍຂົງເຂດຄື: ການອອກແບບ, ກໍ່ສ້າງ, ເຕັກໂນໂລຢີ, ຊອບແວ, ຜະລິດຕະພັນກະເສດ (ໝາກໄມ້), ຜະລິດຕະພັນອາຫານເສີມເພື່ອສຸຂະພາບ, ການລົງທຶນ ແລະ ການບໍລິຫານໂຮງແຮມ, ການສຶກສາ, ການບໍລິການການຄ້ານຳເຂົ້າສົ່ງອອກ…

Top