• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳ​ລັງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື

ທ່ານພົນໂທຮ່ວາງຊວັນຈຽນ ຢັ້ງຢືນວ່າ, ການນຳກະຊວງປ້ອງກັນປະເທດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ສອງອົງການເພີ່ມທະວີການຮ່ວມມື, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ.
  ທ່ານພົນໂທ ຮ່ວາງຊວັນຈຽນ ແລະ ທ່ານພົນຈັດຕະວາ ສີພັນ ພຸດທະວົງ (ພາບ: TTXVN)  

ຕອນບ່າຍວັນທີ 26 ຕຸລາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນຈັດຕະວາ ສີພັນ ພຸດທະວົງ, ຫົວໜ້າກົມທະຫານປ້ອງກັນຊາຍແດນ, ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ. ນະທີ່ນີ້, ທ່ານພົນໂທຮ່ວາງຊວັນຈຽນ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຜັນຂະຫຍາຍອະນຸສັນຍາວ່າດ້ວຍການຮ່ວມມື ໄລຍະ 2019 – 2024 ແລະ ແຜນການຮ່ວມມືປະຈຳປີລະຫວ່າງສອງກະຊວງປ້ອງກັນປະເທດ ແລະ ບັນດາເນື້ອໃນຂໍ້ຕົກລົງການຮ່ວມມືປ້ອງກັນຊາຍແດນລະຫວ່າງສອງຝ່າຍ, ເພີ່ມທະວີການແລກປ່ຽນຂໍ້ມູນກ່ຽວກັບການຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນ, ຈັດຕັ້ງການຊ້ອມຮົບຮ່ວມປ້ອງກັນ, ຕ້ານອາດຊະຍາກຳ, ການອົບພະຍົບແບບເສລີ, ຈັດຕັ້ງການລາດຕະເວນຮ່ວມ, ຕໍ່ສູ້ສະກັດກັ້ນການເຄື່ອນໄຫວຂອງລະບົບອາດຊະຍາກຳຂ້າມຊາດ…ທ່ານພົນໂທຮ່ວາງຊວັນຈຽນ ຢັ້ງຢືນວ່າ, ການນຳກະຊວງປ້ອງກັນປະເທດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ສອງອົງການເພີ່ມທະວີການຮ່ວມມື, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດເລິກເຊິ່ງກ່ວາອີກ.

ສ່ວນທ່ານພົນຈັດຕະວາ ສີພັນ ພຸດທະວົງ ຢັ້ງຢືນວ່າ ໃນໄລຍະຈະມາເຖິງ ຈະປະຕິບັດບັນດາເອກະສານນິຕິກຳ, ຂໍ້ຕົກລົງທີ່ໄດ້ຮັບການລົງນາມກ່ຽວກັບຊາຍແດນລະຫວ່າງສອງປະເທດຢ່າງເຂັ້ມງວດ, ມີປະສິດທິຜົນ, ເພີ່ມທະວີການສົມທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຈັດຕັ້ງການລາດຕະເວນສອງຝ່າຍ, ຍົກສູງຄຸນນະພາບ, ປະສິດທິຜົນຂອງການບຳລຸງສ້າງທະຫານປ້ອງກັນຊາຍແດນ, ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືຢູ່ເຂດຊາຍແດນ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top