• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳ​ນົດ​ວັນ​ເວ​ລາ ຈັດ ASIAD 19 ໃນ​ປີ 2023

ງານມະຫາກຳກິລາອາຊີ (ASIAD) ຄັ້ງທີ 19 ຈະຖືກຈັດຂຶ້ນໃນລະຫວ່າງວັນທີ 23 ກັນຍາ ຮອດວັນທີ 8 ຕຸລາ 2023 ຢູ່ນະຄອນ ຫາງໂຈ (ຈີນ).
  ສະໜາມກິລາ ຫາງໂຈ (ຈີນ) (ພາບ:AFP)  

ຕາມແຈ້ງການຫຼ້າສຸດທີ່ໄດ້ປະກາດໃນຕອນບ່າຍວັນທີ 19 ກໍລະກົດ, ງານມະຫາກຳກິລາອາຊີ (ASIAD) ຄັ້ງທີ 19 ຈະຖືກຈັດຂຶ້ນໃນລະຫວ່າງວັນທີ 23 ກັນຍາ ຮອດວັນທີ 8 ຕຸລາ 2023 ຢູ່ນະຄອນ ຫາງໂຈ (ຈີນ).

ຂໍ້ຕົກລົງດັ່ງກ່າວໂດຍປະເທດເຈົ້າພາບ ຈີນ ພ້ອມດ້ວຍຄະນະກຳມະການ ໂອລິມປິກ ອາຊີ ເຫັນດີເປັນເອກະພາບ, ພາຍຫຼັງທີ່ບັນດາຝ່າຍກ່ຽວຂ້ອງໄດ້ປຶກສາຫາລືມາເປັນເວລາ 2 ເດືອນ. ໃນເບື້ອງຕົ້ນ, ASIAD ຄັ້ງທີ 19 ຄາດວ່າ ຈະຈັດຂຶ້ນໃນເດືອນກັນຍາປີນີ້. ເຖິງຢ່າງໃດກໍຕາມ, ວັນທີ 6 ພຶດສະພາ ຜ່ານມາ, ຄະນະກຳມະການ ໂອລິມປິກ ອາຊີ ໄດ້ແຈ້ງໃຫ້ໂຈະງານມະຫາກຳກິລານີ້ໄວ້ ຍ້ອນສະພາບການໂລກລະບາດໂຄວິດ - 19 ຢູ່ ຈີນ ມີການຜັນແປຢ່າງສັບສົນ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາງ​ອະ​ດີດ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິ​ບິ່ງ ໄດ້​ຮັບຫຼຽນ​ໄຊ​ດາວກຽດ​ຕິ​ຄຸນ​ຂອງ ລັດ ປາ​ແລັດ​ສະ​ຕິນ

ທ່ານ​ນາງ​ອະ​ດີດ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິ​ບິ່ງ ໄດ້​ຮັບຫຼຽນ​ໄຊ​ດາວກຽດ​ຕິ​ຄຸນ​ຂອງ ລັດ ປາ​ແລັດ​ສະ​ຕິນ

ທ່ານ Saadi Salama ​ເອກ​ອັກ​ຄະ​ລັດ​ຖະ​ທູດ ປາ​ແລັດ​ສະ​ຕິນ ປະ​ຈຳ ຫວຽດ​ນາມ ຕາງ​ໜ້າ​ໃຫ້​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ ປາ​ແລັດ​ສະ​ຕິນ Mahmoud Abbas, ມອບ​ຫຼຽນ​ໄຊ​ດາວ​ກຽດ​ຕິ​ຄຸນ​ຂອງ​ລັດ ປາ​ແລັດ​ສະ​ຕິນ ​ໃຫ້​ທ່ານ​ນາງ ຫງວຽນ​ທິ​ບິ່ງ ອະ​ດີດ​ປະ​ທາ​ນ​ປະ​ເທດ ຫວຽດ​ນາມ.

Top