• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳ​ນົດ​ຊື່ ແລະ ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ແຂວງ ກວາງ​ຈິ

ບັນ​ດາ​ຂໍ້​ມູນ​ທີ່​ມີ​​ໃນ​ປະ​ຈຸ​ບັນກໍ່​ໃຫ້​ເຫັນ​ວ່າ ເຂດນີ້​ໄດ້​ຊອກ​ຫາ, ເຕົ້າ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດລວມ 29 ອັດ​ຖິ.
(ພາບປະກອບ: VNA)

ໂດຍ​ໄດ້​ປະ​ຕິ​ບັດ​ບັ້ນ 500 ວັນ ແລະ ຄືນ​ຍູ້​ແຮງ​ການ​ປະ​ຕິ​ບັດ​ຊອກ​ຫາ, ເຕົ້າ​ໂຮມ ແລະ​ ກຳ​ນົດ​ຊື່ ແລະ ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ຕອນ​ເຊົ້າ​ວັນ​ທີ 10 ກໍ​ລະ​ກົດ, ຄະ​ນະ​ຊີ້​ນຳ​ກ່ຽວ​ກັບ​ຊອກ​ຫາ, ເຕົ້າ​ໂຮມ ແລະ​ ກຳ​ນົດ​ຊື່ ແລະ ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດແຂວງ ກວາງ​ຈິ ໄດ້​ຈັດ​ກອງ​ປະ​ຊຸ​ມ​ສຳ​ມະ​ນາ​ຢັ້ງ​ຢືນ, ສະ​ຫລຸບ​ຂໍ້​ມູນ​ກ່ຽວ​ກັບນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ສຸ​ສານນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດເຂດ ເກົາ​ຍີ, ຕາ​ແສງ ນາມ​ຫາຍ​ລັງ, ແຂວງ ກວາງ​ຈິ.

ບັນ​ດາ​ຜູ້​ແທນ​ໄດ້​ຄົ້ນ​ຄ້​ວາ​ບັນ​ດາ​ແຫຼ່ງ​ເອ​ກະ​ສານ​ປະ​ຫວັດ​ສາດ​ພາຍ​ໃນ​ປະ​ເທດ, ເອ​ກະ​ສານ​ການ​ກະ​ທະ​ຫານ​ເຜີຍ​ຄວາມ​ລັບ​ຂອງ ອາ​ເມ​ລິ​ກາ, ຂໍ້​ມູນ​ເຕົ້າ​ໂຮມ​ຜ່ານ​ບັນ​ດາ​ໄລ​ຍະ, ໝາກ​ຜົນ​ການ​ສຳຫຼວດ​ຕົວ​ຈິງ ພ້ອມ​ກັບຫຼາຍ​ແຫຼ່ງ​ຂໍ້​ມູນ​ຈາກ​ຕົວ​ພະ​ຍານ​ປະ​ຫວັດ​ສາດ ແລະ ປ​ຊ​ຊ ທ້ອງ​ຖິ່ນ. ຫຼາຍ​ຂໍ້​ມູນ​ໃຫ້​ເຫັນ​ວ່າ ນີ້​ແມ່ນ​ບ່ອນ ​ເສຍ​ສະຫຼະຂອງ​ບັນ​ດາ​ນັກ​ຮົບ​ກອງ​ພົນ 308 ໃນ​ບັ້ນ​ຕໍ່​ສູ້​ເມື່ອ​ຮຸ່ງ​ເຊົ້າ​ວັນ​ທີ 26 ພຶດ​ສະ​ພາ​ປີ 1972. ບັນ​ດາ​ຂໍ້​ມູນ​ທີ່​ມີ​​ໃນ​ປະ​ຈຸ​ບັນກໍ່​ໃຫ້​ເຫັນ​ວ່າ ເຂດນີ້​ໄດ້​ຊອກ​ຫາ, ເຕົ້າ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດລວມ 29 ອັດ​ຖິ.

(ແຫຼ໋ງຄັດຈາກ VOV)

World Cup 2026: ຝະ​ລັ່ງ ເອົາ​ຊະ​ນະ Morocco ເຂົ້າ​ຮອບ 8 ທິມ

World Cup 2026: ຝະ​ລັ່ງ ເອົາ​ຊະ​ນະ Morocco ເຂົ້າ​ຮອບ 8 ທິມ

Morocco ຍັງ​ໄດ້​ຮັບ​ຜົນ​ສຳ​ເລັດ​ໃນ​ການ​ແຂ່ງ​ຂັນ​ຄັ້ງ​ນີ້ ແລະ ຢັ້ນ​ຢືນ​ທິ່​ຕັ້ງ​ອັນ​ດັບ 1 ໃນ 10 ທິມ​ບານ​ເຕະ​ດີ​ເດັ່ນ​ທີ່​ສຸດ​ໃນ​ໂລກ....

Top