ບັນດາຂໍ້ມູນທີ່ມີໃນປະຈຸບັນກໍ່ໃຫ້ເຫັນວ່າ ເຂດນີ້ໄດ້ຊອກຫາ, ເຕົ້າໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດລວມ 29 ອັດຖິ.
ໂດຍໄດ້ປະຕິບັດບັ້ນ 500 ວັນ ແລະ ຄືນຍູ້ແຮງການປະຕິບັດຊອກຫາ, ເຕົ້າໂຮມ ແລະ ກຳນົດຊື່ ແລະ ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ, ຕອນເຊົ້າວັນທີ 10 ກໍລະກົດ, ຄະນະຊີ້ນຳກ່ຽວກັບຊອກຫາ, ເຕົ້າໂຮມ ແລະ ກຳນົດຊື່ ແລະ ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ ກວາງຈິ ໄດ້ຈັດກອງປະຊຸມສຳມະນາຢັ້ງຢືນ, ສະຫລຸບຂໍ້ມູນກ່ຽວກັບນັກຮົບເສຍສະຫຼະຊີວິດເພື່ອຊາດ, ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເຂດ ເກົາຍີ, ຕາແສງ ນາມຫາຍລັງ, ແຂວງ ກວາງຈິ.
ບັນດາຜູ້ແທນໄດ້ຄົ້ນຄ້ວາບັນດາແຫຼ່ງເອກະສານປະຫວັດສາດພາຍໃນປະເທດ, ເອກະສານການກະທະຫານເຜີຍຄວາມລັບຂອງ ອາເມລິກາ, ຂໍ້ມູນເຕົ້າໂຮມຜ່ານບັນດາໄລຍະ, ໝາກຜົນການສຳຫຼວດຕົວຈິງ ພ້ອມກັບຫຼາຍແຫຼ່ງຂໍ້ມູນຈາກຕົວພະຍານປະຫວັດສາດ ແລະ ປຊຊ ທ້ອງຖິ່ນ. ຫຼາຍຂໍ້ມູນໃຫ້ເຫັນວ່າ ນີ້ແມ່ນບ່ອນ ເສຍສະຫຼະຂອງບັນດານັກຮົບກອງພົນ 308 ໃນບັ້ນຕໍ່ສູ້ເມື່ອຮຸ່ງເຊົ້າວັນທີ 26 ພຶດສະພາປີ 1972. ບັນດາຂໍ້ມູນທີ່ມີໃນປະຈຸບັນກໍ່ໃຫ້ເຫັນວ່າ ເຂດນີ້ໄດ້ຊອກຫາ, ເຕົ້າໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດລວມ 29 ອັດຖິ.