• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳແໜ້ນທັດສະນະກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໃນການພັດທະນາພື້ນຖານເສດຖະກິດການຕະຫຼາດ

      ຄະນະພັກກຸ່ມວິສາຫະກິດຂັ້ນສູນກາງໄດ້ກຳແໜ້ນທັດສະນະຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໃນການພັດທະນາພື້ນໂນເສດຖະກິດການຕະຫຼາດຕາມ ກຳນົດທິດສັງຄົມນິຍົມ.
ກອງປະຊຸມສະຫຼຸບ 5 ປີ ແຫ່ງການປະຕິບັດຄຳສັ່ງຂອງກົມການເມືອງກ່ຽວກັບການ “ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ”
(ພາບ: baonghean.vn)
      ຄະນະພັກກຸ່ມວິສາຫະກິດ ຂັ້ນສູນກາງຕ້ອງກຳແໜ້ນທັດສະນະໃນມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໃນການພັດທະນາພື້ນຖານເສດຖະກິດການຕະຫຼາດ ຕາມການກຳນົດທິດສັງຄົມນິຍົມ, ປ່ຽນແປງໃໝ່ຈິນຕະນາການ ແລະ ການກະທຳ, ພັດທະນາຢ່າງກົມກຽມລະຫວ່າງ ເສດຖະກິດ ກັບວັດທະນະທຳ, ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ແລະ ປັບຕົວໃຫ້ເໝາະການການປ່ຽນແປງຂອງດິນຟ້າອາກາດ. ນີ້ແມ່ນຄຳເນັ້ນໜັກຂອງທ່ານ ຫງວຽນຈ້ອງເງ້ຍ ຫົວໜ້າຄະນະໂຄສະນາ ແລະ ສຶກສາສູນກາງພັກຢູ່ກອງປະຊຸມສະຫຼຸບ 5 ປີ ແຫ່ງການປະຕິບັດຄຳສັ່ງຂອງກົມການເມືອງກ່ຽວກັບການ “ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ” ໃນຄະນະພັກກຸ່ມບັນດາວິສາຫະກິດຂັ້ນສູນກາງ, ກອງປະຊຸມໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 27 ເມສາ ຢູ່ ຮ່າໂນ້ຍ.
        ໂດຍຮັບຮູ້ບັນດາຜົນງານໂດຍ ອົງຄະນະພັກກຸ່ມວິສາຫະກິດຂັ້ນສູນກາງບັນລຸໄດ້ໃນການຜັນຂະຫຍາຍການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນຢ່າງມີປະສິດທິຜົນ, ທ່ານ ຫງວຽນຈ້ອງເງ້ຍ ໄດ້ເນັ້ນໜັກວ່າ ປີ 2021 ແມ່ນປີທຳອິດຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ແລະ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໃນສະພາບການປະເທດຊາດພວມຍື່ນຢູ່ຕໍ່ໜ້າກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງ. ຄະນະພັກກຸ່ມວິສາຫະກິດຂັ້ນສູນກາງໄດ້ກຳແໜ້ນທັດສະນະຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໃນການພັດທະນາພື້ນໂນເສດຖະກິດການຕະຫຼາດຕາມ ກຳນົດທິດສັງຄົມນິຍົມ.
(ແຫຼ່ງຄັດຈາກ VOV)

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ການຢ້ຽມຢາມ ອິນໂດເນເຊຍ, ຄະນະເລຂາອາຊຽນ, ສິງກະໂປຂອງທ່ານເລຂາທິການໃຫຍ່ ໂຕເລິມ ປະສົບຜົນສຳເລັດຢ່າງຈົບງາມ

ຄວາມໝາຍປະຫວັດສາດຂອງການຢ້ຽມຢາມ ຍັງແມ່ນຢູ່ບ່ອນວ່າ ເປັນຄັ້ງທຳອິດ ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໄປຢ້ຽມຢາມ ຄະນະເລຂາ ອາຊຽນ, ຍົກໃຫ້ເຫັນລະດັບຄວາມສຳຄັນຍຸດທະສາດຂອງ ອາຊຽນ ສຳລັບຫວຽດນາມ

Top