
(ກຳປູເຈຍສະເຫຼີມສະຫຼອງ 39 ປີແຫ່ງວັນສ້າງຕັ້ງແນວໂຮມສາມັກຄີທົ່ວປວງຊົນກູ້ຊາດ)
ກ່າວຄຳເຫັນທີ່ພິທີມິດຕິງ, ທ່ານປະທານສະພາແຫ່ງຊາດ, ປະທານສະພາຊົນເຜົ່າແນວໂຮມສາມັກຄີພັດທະນາປະເທດຊາດກຳປູເຈຍ Samdech Heng Samrin ຢືນຢັນວ່າ, ແນວໂຮມ 2/12 ບໍ່ພຽງແຕ່ກູ້ຊ່ວຍໃຫ້ທັງໝົດຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ Pol Pot ເທົ່ານັ້ນ, ຫາກຍັງໜູນຊ່ວຍການຟື້ນຟູ, ສ້າງສາ ແລະ ພັດທະນາປະເທດຊາດ ໃນທຸກແງ່ມູນອີກດ້ວຍ.
ທີ່ພິທີມິດຕິງ, ອຸປະທູດຊົ່ວຄາວ, ສະຖານທູດຫວຽດນາມ ຫງວຽນຈ໋າກຕ່ວານ ພ້ອມກັບຜູ້ຕາງໜ້າສະຖານທູດບາງປະເທດປະຈຳກຳປູເຈຍ ໄດ້ເຂົ້າຮ່ວມ ແລະ ມອບດອກໄມ້ອວຍພອນ.
(ແຫຼ່ງຄັດຈາກ VOV)