• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປູເຈຍ, ລາວ, ຫວຽດນາມຮັບຮອງເອົາແຜນການພັດທະນາການທ່ອງທ່ຽວລວມ

      ວັນທີ 9 ທັນວາ, ບັນດາການນຳກຳປູເຈຍ, ລາວ, ຫວຽດນາມ (CLV) ໄດ້ຮັບຮອງເອົາແຜນການພັດທະນາການທ່ອງທ່ຽວ ຂອງເຂດສາມລຽມ ພັດທະນາ CLV ໄລຍະ 2020 – 2025, ວິໄສທັດ ຮອດປີ 2030 ຢູ່ກອງປະຊຸມສຸດຍອດ CLV ຄັ້ງທີ 11 ໂດຍໄດ້ດຳເນີນຕາມຮູບການທາງອອນລາຍ.

ກອງປະຊຸມສຸດຍອດ CLV ຄັ້ງທີ 11  (ພາບ: TTXVN)
      ແຜນການນີ້ແມ່ນເອກະສານຍຸດທະສາດຂອງເຂດ ທີ່ກ່ຽວຂ້ອງເຖິງການພັດທະນາການທ່ອງທ່ຽວຢູ່ 13 ແຂວງ ໃນເຂດສາມລຽມພັດທະນາ CLV, ລວມມີ 4 ແຂວງຂອງກຳປູເຈຍ, 4 ແຂວງຂອງລາວ ແລະ 5 ແຂວງຂອງຫວຽດນາມ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun ໃຫ້ຮູ້ວ່າ ລັດຖະບານ ກຳປູເຈຍ ໄດ້ລົງທຶນພັດທະນາ 4 ແຂວງຂອງປະເທດນີ້ ທີ່ຢູ່ໃນເຂດສາມລ່ຽມພັດທະນາ ເປັນຈຳນວນເງິນຫຼາຍກ່ວາ 3 ລ້ານ USD. ການລົງທຶນຂອງລັດຖະບານໄດ້ຊ່ວຍໃຫ້ຍອດປະລິມານການຜະລິດໃນທົ່ວປະເທດຂອງ 4 ແຂວງນີ້ໃນປີ 2020 ເພີ່ມຂຶ້ນ 12%ເມື່ອທຽບໃສ່ປີ 2018.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top