• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຳປັ່ນກອງທັບເຮືອ ຫວຽດນາມ - ສິງກະໂປ ຝຶກຊ້ອມຮ່ວມຢູ່ທະເລ

ການຝຶກຊ້ອມຄັ້ງນີ້ແມ່ນສ່ວນໜຶ່ງໃນການຢ້ຽມຢາມ ຫວຽດນາມ ຂອງຄະນະກອງທັບເຮືອ ສິງກະໂປ ຢູ່ທ່າກຳປັ່ນ ກາມແຣງ ແຕ່ວັນທີ 13 – 16 ກຸມພາ.
  ການຝຶກຊ້ອມຄັ້ງນີ້ແມ່ນສ່ວນໜຶ່ງໃນການຢ້ຽມຢາມ ຫວຽດນາມ ຂອງຄະນະກອງທັບເຮືອ ສິງກະໂປ (ພາບ: baohaiquanvietnam.vn)  

ວັນທີ 16 ກຸມພາ, ຢູ່ເຂດທະເລແຂວງ ແຄງຮ່ວາ, ກຳປັ່ນໝາຍເລກ 012 - ລີທາຍໂຕ, ຂຶ້ນກັບກອງພົນນ້ອຍ 162, ກອງທັບເຮືອເຂດ 4 ແລະ ກຳປັ່ນສົ່ງລົດຖັງຂຶ້ນບົກ RSS Persistence ຂອງກອງທັບເຮືອ ສິງກະໂປ ໄດ້ປະຕິບັດສຳເລັດບັນດາເນື້ອໃນຝຶກຊ້ອມຮ່ວມຢູ່ທະເລ.

ກຳປັ່ນສົ່ງລົດຖັງຂຶ້ນບົກ RSS Persistence – 209 ຂອງກອງທັບເຮືອ ສິງກະໂປ ໂດຍທ່ານພັນເອກ Jeng Kai, ຜູ້ບັນຊາການຝູງເລກ 3 ເປັນຫົວໜ້າຄະນະ ແລະ ພັນຕີ Anna Teo ເປັນກັບຕັນເຮືອ ພ້ອມກັບ, ນາຍທະຫານ, ລູກເຮືອ 89 ຄົນ ໄດ້ພ້ອມກັບກຳປັ່ນຕິດລູກສອນໄຟ Gepad 3.9, ໝາຍເລກ 012 - ລີທາຍໂຕຂອງກອງທັບເຮືອປະຊາຊົນ ຫວຽດນາມ ໂດຍພັນຈັດຕະວາ ຫງວຽນວັນຮຽວ ເປັນກັບຕັນໄດ້ໝູນວຽນບັນຊາການຝຶກຊ້ອມ. ການຝຶກຊ້ອມຄັ້ງນີ້ແມ່ນສ່ວນໜຶ່ງໃນການຢ້ຽມຢາມ ຫວຽດນາມ ຂອງຄະນະກອງທັບເຮືອ ສິງກະໂປ ຢູ່ທ່າກຳປັ່ນ ກາມແຣງ ແຕ່ວັນທີ 13 – 16 ກຸມພາ. ນີ້ແມ່ນການເຄື່ອນໄຫວເພື່ອເພີ່ມທະວີ ແລະ ເຮັດໃຫ້ການພົວພັນມິດຕະພາບລະຫວ່າງ 2 ປະເທດ ຫວຽດນາມ - ສິງກະໂປ ເວົ້າລວມ, ການພົວພັນຮ່ວມມືດ້ານປ້ອງກັນຊາດ ແລະ ກອງທັບເຮືອຂອງ 2 ປະເທດເວົ້າສະເພາະໃຫ້ເລິກເຊິ່ງຂຶ້ນຕື່ມ. ນີ້ກໍ່ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1 ສິງຫາ 1973 – 01 ສິງຫາ 2023) ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ ສິງກະໂປ (ເດືອນ ກັນຍາ 2013 - ກັນຍາ 2023).

(ແຫຼ່ງຄັດຈາກ VOV)

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ສື່ມວນຊົນ ໄທ ເນັ້ນໜັກເຖິງຄວາມໝາຍການຢ້ຽມຢາມ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກໄທ

ໜັງສືພິມ The Nation ໄດ້ສຸມໃສ່ຄວາມໝາຍຂອງການຢ້ຽມຢາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຄັ້ງການພົວພັນທາງການທູດ ລະຫວ່າງ ໄທ ແລະ ຫວຽດນາມ

Top