• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກາລະໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ແລະ ອິນໂດເນເຊຍ ຮ່ວມມືລົງທຶນ

      ທ່ານ Salim ຫົວໜ້າສະຖານກົງສູນ ໃຫ້ຮູ້ວ່າ: ໜຶ່ງໃນບັນດາເນື້ອໃນສຳຄັນເຊິ່ງ ອິນໂດເນເຊຍ ຢາກປະຕິບັດຢູ່ແຂວງ ເກີນເທີ ແມ່ນຍູ້ແຮງການຮ່ວມມືດ້ານກະສິກຳ
ວັນທີ 4 ຕຸລາ, ຄະນະກຳມະການປະຊາຊົນນະຄອນ ເກີນເທີ ໄດ້ມີການຕ້ອນຮັບ ແລະ ເຮັດວຽກກັບທ່ານ Hanif Salim, ຫົວໜ້າສະຖານກົງສູນໃຫຍ່ ອິນໂດເນເຊຍ ປະຈຳນະຄອນໂຮ່ຈີມິນ ກ່ຽວກັບແງ່ຫວັງການຮ່ວມມືຫຼາຍຂົງເຂດລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ Salim ຫົວໜ້າສະຖານກົງສູນ ໃຫ້ຮູ້ວ່າ: ໜຶ່ງໃນບັນດາເນື້ອໃນສຳຄັນເຊິ່ງ ອິນໂດເນເຊຍ ຢາກປະຕິບັດຢູ່ແຂວງ ເກີນເທີ ແມ່ນຍູ້ແຮງການຮ່ວມມືດ້ານກະສິກຳ, ພິເສດແມ່ນສຳລັບບັນດາປະເພດສິນຄ້າຜະລິດຕະພັນກະເສດຕົ້ນຕໍຄື: ເຂົ້າສານ, ໝາກໄມ້… ຝ່າຍອິນໂດເນເຊຍ ພ້ອມແລ້ວທີ່ຈະຮ່ວມມືຖ່າຍທອດເຕັກໂນໂລຊີສູງໃນການຜະລິດ, ການປຸງແຕ່ງ, ການຈຳໜ່າຍຜະລິດຕະພັນກະເສດໃຫ້ນະຄອນເກີນເທີ; ເພີ່ມທະວີການແລກປ່ຽນຄູອາຈານ, ນັກສຶກສາ ເກີນເທີ ໄປຮ່ຳຮຽນ, ຝຶກອົບຮົມຢູ່ບັນດາຮາກຖານການສຶກສາທີ່ມີຊື່ສຽງຂອງ ອິນໂດເນເຊຍ; ຕັ້ງໜ້າຂົນຂວາຍບັນດາອົງການທ່ອງທ່ຽວ, ສະຫະສະມາຄົມທ່ອງທ່ຽວ ແລະ ວິສາຫະກິດທ້ອງຖິ່ນເພີ່ມທະວີການຮ່ວມມືແລກປ່ຽນແຂກທ່ອງທ່ຽວ ແລະ ໜູນຊ່ວຍນະຄອນໂຮ່ຈີມິນ ໃນບັນດາການເຄື່ອນໄຫວສົ່ງເສີມການທ່ອງທ່ຽວ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວໂຄສະນາການທ່ອງທ່ຽວລະຫວ່າງ 2 ຝ່າຍ.
        ສ່ວນທ່ານ ເຈືອງກວາງຮ່ວາຍນາມ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ເຫັນດີເປັນເອກະພາບຕໍ່ແຜນການ, ຂໍ້ສະເໜີຂອງຫົວໜ້າສະຖານກົງສູນໃຫຍ່ ອິນໂດເນເຊຍ, ພ້ອມທັງຢັ້ງຢືນວ່າການຮ່ວມມືກັບ ອິນໂດເນເຊຍ ແມ່ນໜຶ່ງໃນບັນດາຈຸດສຸມໃນຍຸດທະສາດດຶງດູດການລົງທຶນ ແລະ ພັດທະນາເສດຖະກິດແບບຍືນຍົງຂອງນະຄອນເກີນເທີ ກໍ່ຄືເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ໂທລະເລກຊົມເຊີຍໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ

ໂທລະເລກຊົມເຊີຍໃນໂອກາດສະເຫຼີມສະຫຼອງ 71 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ

ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ສະໜັບສະໜູນພາລະກິດປ່ຽນແປງໃໝ່ຂອງ ລາວ ຢ່າງແຮງ ແລະ ຮອບດ້ານ ແລະ ຢືນຢັນວ່າ ຈະສືບຕໍ່ຮຽງບ່າຮຽງໄຫຼ່, ຮ່ວມເດີນທາງ ແລະ ສະຫງວນການສະໜັບສະໜູນສູງທີ່ສຸດໃຫ້ສຳລັບຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ

Top