• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເລືອກ​ຕັ້ງ​ຢູ່​ເມືອງ​ເກາະ​ເຈື່ອງ​ຊ​າ ດຳ​ເນີນ​ໄປ​ຢ່າງ​ປອດ​ໄພ ແລະ ຖືກ​ຕາມ​ແຜນ​ການ

"ເຖິງວ່າ ຢູ່ບາງເກາະອາກາດບໍ່ອຳນວຍຄວາມສະດວກກໍ່ຕາມ ແຕ່ບັນດາເກາະໄດ້ຈັດຕັ້ງການປ່ອນບັດເລືອກຕັ້ງຢ່າງຖືກຕ້ອງຕາມແຜນການ, ມີຄວາມເປັນລະບຽບຮຽບຮ້ອຍ, ປອດໄພ, ຖືກຕາມກົດໝາຍ ແລະ ໝັ້ນໝາຍວ່າ ໝາກຜົນຂອງການເລືອກຕັ້ງຈະມີຜົນສຳເລັດຢ່າງຈົບງາມ."

ຜູ້ມີສິດເລືອກຕັ້ງປ່ອນບັດເລືອກຕັ້ງຢູ່ເມືອງເກາະເຈື່ອງຊາ

ຕາມຂ່າວທີ່ໄດ້ໃຫ້ຮູ້ເມື່ອວັນທີ 16 ພຶດສະພາ, ຢູ່ ສະຖານທີ່ປ່ອນບັດເລືອກຕັ້ງ 20 ຈຸດ ທີ່ເມືອງ ຊອງຕືໄຕ, ຊິງຕົນ ແລະ ເທດສະບານເມືອງ ເຈື່ອງຊາ ໄດ້ປະຕິລັດສຳເລັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026. ທ່ານ ເລືອງຊວັນຢາບ, ຮອງປະທານຄະນະກຳມະການ ເລືອກຕັ້ງເມືອງເກາະເຈື່ອງຊາ, ຜູ້ຮັບຜິດຊອບການເມືອງ ຄະນະເຈື່ອງຊາ ໃຫ້ຮູ້ວ່າ:

ເຖິງວ່າ ຢູ່ບາງເກາະອາກາດບໍ່ອຳນວຍຄວາມສະດວກກໍ່ຕາມ ແຕ່ບັນດາເກາະໄດ້ຈັດຕັ້ງການປ່ອນບັດເລືອກຕັ້ງຢ່າງຖືກຕ້ອງຕາມແຜນການ, ມີຄວາມເປັນລະບຽບຮຽບຮ້ອຍ, ປອດໄພ, ຖືກຕາມກົດໝາຍ ແລະ ໝັ້ນໝາຍວ່າ ໝາກຜົນຂອງການເລືອກຕັ້ງຈະມີຜົນສຳເລັດຢ່າງຈົບງາມ. ບັນດາເກາະທັງຈັດຕັ້ງການປ່ອນບັດເລືອກຕັ້ງ, ທັງຍົກສູງສະຕິລະວັງຕົວ, ກຽມພ້ອມສູ້ຮົບ, ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຢ່າງໝັ້ນຄົງ, ພິເສດແມ່ນໃນໂອກາດດຳເນີນວັນບຸນໃຫຍ່ຂອງຊາດ. 

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top