• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ຫັນ​ເປັນ​ດີ​ຈີ​ຕອນ - ກຳ​ລັງ​ໜູນ​ນຳ​ປະ​ເທດ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

ເນື່ອງໃນໂອກາດສະເຫຼີມສະຫຼອງ 79 ປີ ແຫ່ງວັນຊາດ ຫວຽດນາມ (ທີ 2 ກັນຍາ 1945 – 2 ກັນຍາ 2024), ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ມີບົດຂຽນ “ຫັນເປັນດີຈີຕອນ - ກຳລັງໜູນສຳຄັນພັດທະນາກຳລັງຜະລິດ, ສ້າງສາຍພົວພັນການຜະລິດໃຫ້ສົມບູນແບບ ແລະ ນຳປະເທດກ້າວເຂົ້າສູ່ສັງກາດໃໝ່”.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ (ພາບ: dangcongsan.vn)

ເລີ່ມຕົ້ນບົດຂຽນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ພາຍຫຼັງຍາດໄດ້ອຳນາດການປົກຄອງ, ພັກກອມມູນິດ ຫວຽດນາມ ມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມສຳຄັນຂອງການພັດທະນາກຳລັງຜະລິດ ແລະ ປະຕິຮູບ, ສ້າງການພົວພັນຜະລິດໃຫ້ສົມບູນແບບເທື່ອລະກ້າວ. ວິວັດການນີ້ ໄດ້ດຳເນີນຜ່ານຫຼາຍໄລຍະ, ສ່ອງແສງການຂົນຂວາຍ ແລະ ພັດທະນາຢ່າງບໍ່ຢຸດຢັ້ງຂອງການປະຕິວັດ ຫວຽດນາມ.

        ໃນບົດຂຽນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເນັ້ນໜັກວ່າ ການຫັນເປັນດີຈີຕອນ ບໍ່ພຽງແຕ່ເປັນການໝູນໃຊ້ເຕັກໂນໂລຢີດີຈີຕອນເຂົ້າໃນການເຄື່ອນໄຫວເສດຖະກິດ - ສັງຄົມ ເທົ່ານັ້ນ, ຫາກຍັງເປັນວິວັດການສ້າງຕັ້ງແບບວິທີການຜະລິດໃໝ່ທີ່ກ້າວໜ້າ, ທັນສະໄໝ - “ແບບວິທີການຜະລິດດີຈີຕອນ” ອີກດ້ວຍ. ວິວັດການຫັນເປັນດີຈີຕອນ ຕ້ອງໄດ້ຮັບການປະຕິບັດຢ່າງຮອບດ້ານ, ຄົບຊຸດ, ທັງເສີມຂະຫຍາຍກຳລັງແຮງຂອງການກຳລັງຜະລິດທັນສະໄໝ, ທັງແທດເໝາະກັບເງື່ອນໄຂລະອຽດຂອງ ຫວຽດນາມ ໃນຍຸກສະໄໝໃໝ່. ບົນພື້ນາຖານນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຊີ້ແຈ້ງບາງໜ້າທີ່ຈຸດສຸມທີ່ຕ້ອງປະຕິບັດໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ສິນຄ້າ ຫວຽດນາມ ຊອກຫາໂອກາດຢູ່ຕະຫຼາດ ຈີນ ແລະ ອາຊຽນ

ຈຸດເດັ່ນຂອງ ຫວຽດນາມ ທີ່ CAEXPO ປີນີ້ແມ່ນຮ້ານວາງສະແດງລະດັບຊາດດ້ວຍຫົວຂໍ້ "ນະຄອນສວຍງາມ".

Top