• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ຜັນ​ແປຢ່າງ​ສັບ​ສົນ​ຂອງ​ໂລກ​ລະ​ບາດ COVID-19 ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ

ຄະນະກຳມະການສາທາລະນະສຸກແຫ່ງຊາດ ຈີນ (NHC) ໄດ້ປະກາດໃນວັນທີ 5 ມີນາວ່າ ຈີນ ໄດ້ຢັ້ງຢືນມີກໍລະນີຕິດເຊື້ອໄວຣັດ SARS-CoV-2 ຕື່ມອີກ 44 ຄົນ ແລະ ມີ 27 ກໍລະນີ ໄດ້ເສຍຊີວິດຕື່ມອີກ ໃນວັນທີ 7 ມີນາ. ຮອດທ້າຍວັນທີ 7 ມີນາ, ເຂດປົກຄອງພິເສດຮົ່ງກົງ ໄດ້ຢັ້ງຢືນມີ 109 ກໍລະນີຕິດພະຍາດ COVID-19, ໃນນັ້ນ  2 ກໍລະນີໄດ້ເສຍຊີວິດແລ້ວ, ເຂດປົກຄອງພິເສດ ມາກາວ ມີ 10 ກໍລະນີຕິດເຊື້ອພະຍາດດັ່ງກ່າວ.

(ພາບປະກອບ: AP) 

ວັນທີ 7 ມີນາ, ກະຊວງສາທາລະນະສຸກ ອັກຊັງຕິນ ໄດ້ຢັ້ງຢືນກໍລະນີເສຍຊີວິດຄົນທຳອິດ ຍ້ອນຕິດເຊື້ອໄວຣັດ SARS-CoV-2. ນີ້ແມ່ນກໍລະນີເສຍຊີວິດຄົນທຳອິດຢູ່ພາກພື້ນ ອາເມລິກາ ລາຕິນ ເຊິ່ງກ່ຽວຂ້ອງເຖິງໂລກລະບາດ COVID-19.

        ວັນທີ 7 ມີນາ, ນະຄອນຫຼວງ ວໍຊິງຕັນ ຂອງ ອາເມລິກາ ໄດ້ຢັ້ງຢືນກໍລະນີຕິດເຊື້ອໄວຣັດ SARS-CoV-2 ຄົນທໍາອິດ.

        ກະຊວງສາທາລະນະສຸກ ກຳປູເຈຍ ໄດ້ໃຫ້ຮູ້ໃນວັນທີ 7 ມີນາວ່າ ປະເທດນີ້ຫາກໍຢັ້ງຢືນກໍລະນີຊາວກຳປູເຈຍຄົນທຳອິດຕິດເຊື້ອໄວຣັດ SARS-CoV-2.

        ກະຊວງສາທາລະນະສຸກ ມານຕາ ໄດ້ແຈ້ງໃຫ້ຊາບໃນວັນທີ 7 ມີນາ ວ່າ ໄດ້ມີກໍລະນີຕິດເຊື້ອໄວຣັດ SARS-CoV-2 ຢູ່ປະເທດນີ້ແລ້ວ. ຄົນເຈັບແມ່ນເດັກສາວ ອາຍຸ 12 ປີ, ຖືສັນຊາດ ອີຕາລີ.

        ໃນວັນທີ 7 ມີນາ, ຈຳນວນຜູ້ເສຍຊີວິດຍ້ອນຕິດພະຍາດ COVID-19 ຢູ່ອີຕາລີ ແມ່ນ 36 ຄົນ, ອັນໄດ້ຍົກຍອດຈຳນວນຄົນເຈັບຖືກເສຍຊີວິດຢູ່ປະເທດນີ້ຂຶ້ນເຖິງ 233 ຄົນ. ໃນຂະນະນັ້ນ, ຈຳນວນຜູ້ຕິດເຊື້ອໄວຣັດ SARS-CoV-2 ຄົນໃໝ່ ກໍໄດ້ເພີ່ມຂຶ້ນຫຼາຍ ຂະນະພຽງໃນ 1 ວັນເທົ່ານັ້ນ ກໍໄດ້ຢັ້ງຢືນເຖິງ 1.247 ກໍລະນີ ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດ COVID-19 ຢູ່ ອີຕາລີ ຂຶ້ນເຖິງທັງໝົດ 5.883 ຄົນ.

        ຢູ່ອີຣານ, ສະພາບການໂລກລະບາດສືບຕໍ່ຜັນແປຢ່າງສັບສົນ ຂະນະທີ່ໄດ້ຢັ້ງຢືນມີກໍລະນີເສຍຊີວິດຕື່ມອີກ 21 ຄົນ ໃນວັນທີ 7 ມີນາ, ອັນໄດ້ຍົກຍອດຈຳນວນຜູ້ເສຍຊີວິດຢູ່ປະເທດນີ້ຂຶ້ນເຖິງ 145 ຄົນ. ມີ ສະມາຊິກລັດຖະສະພາ ອີຣານ ຕື່ມອີກ 1 ຄົນ ໄດ້ເສຍຊີວິດ ຍ້ອນຕິດເຊື້ອພະຍາດ COVID-19.

        ສູນປ້ອງກັນ ແລະ ຄວບຄຸມໂລກລະບາດ ສ.ເກົາຫຼີ ໄດ້ຢັ້ງຢືນໃນວັນທີ 8 ມີນາວ່າ ມີຜູ້ຕິດເຊື້ອໄວຣັດ SARS-CoV-2 ຕື່ມອີກ 367 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອໄວຣັດດັ່ງກ່າວຢູ່ປະເທດນີ້ ຂຶ້ນເຖິງ 7.134 ຄົນ.

 (ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top