• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ປ້ອງ​ກັນ, ສ​ະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 ຂອງຫວຽດ​ນາມປະ​ກົດ​ຕົວ​ໃນ​ລາຍ​ການ talk show ຢູ່ລັດ​ເຊຍ

ລາຍການ talk Show ເຊິ່ງເປັນລາຍການໄດ້ຮັບການນິຍົມຊົມຊອບຂອງຊ່ອງໂທລະພາບ “ດາລາ” ຂຶ້ນກັບບັນດາກຳລັງປະກອບອາວຸດສະຫະພັນລັດເຊຍຫາກໍ່ໄດ້ອອກອາກາດໃນຕອນຄ່ຳວັນທີ 22 ເມສາ ດ້ວຍຫົວຂໍ້ໂລກລະບາດ Covid -19 ໃນທົ່ວໂລກ, ໃນນັ້ນໄດ້ສະຫງວນເວລາບໍ່ແມ່ນໜ້ອຍເພື່ອວິເຄາະໄຈ້ແຍກກ່ຽວກັບຜົນສຳເລັດຂອງຫວຽດນາມໃນການສະກັດກັ້ນການແຜ່ລາມຂອງເຊື້ອໄວຣັດ SARS – CoV – 2.

ພາບຖ່າຍໜ້າຈໍ່ລາຍການ talk show  ຢູ່ລັດເຊຍ

 ລາຍການມີຊື່ວ່າ “ການໂອ້ລົມສົນທະນາແບບເປີດ” ໂດຍມີການເຂົ້າຮ່ວມຂອງແຂກຖືກເຊີນ 10 ທ່ານເຊິ່ງແມ່ນບັນດານັກຂ່າວ, ນັກສ້າງຮູບເງົາ, ນັກຊ່ຽວຊານການທະຫານທີ່ມີຊື່ສຽງຂອງລັດເຊຍ. ໃນເວລາ 15 ນາທີ່ສຸດທ້າຍຂອງລາຍການ talk show ນີ້, ຄູ່ພິທີກອນແລະບັນດາຜູ້ມີໜ້າໄດ້ຮັບຊົມວີດີໂອຄຼິບສັ້ນ ເຊິ່ງເວົ້າເຖິງການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢູ່ຫວຽດນາມ.

        ບັນດາແຂກຖືກເຊີນຂອງລາຍການ talk Show ໄດ້ສະແດງຄວາມສົນໃຈກ່ຽວກັບວິທີການເຊິ່ງປະເທດທີ່ຍັງບໍ່ທັນຮັ່ງມີແຕ່ວ່າສາມາດຄວບຄຸມໂລກລະບາດໄດ້ເປັນຢ່າງດີ. ເຂົ້າເຈົ້າກໍ່ສະແດງຄວາມປະທັບໃຈຕໍ່ປະເທດທີ່ມີພົນລະເມືອງ 96 ລ້ານຄົນມີຜູ້ຕິດເຊື້ອໄວຣັດ SARS – CoV- 2 ແຕ່260 ຄົນເທົ່ານັ້ນແລະບໍ່ມີຜູ້ໃດເສຍຊີວິດ.

ໃນຊຸມວັນມໍ່ໆມານີ້, ສຳນັກງານໜັງສືພິມເອເລັກໂຕນິກໃຫຍ່ແຫ່ງຕ່າງໆຂອງຝລັ່ງຄື: ໜັງສືພິມລາຍວັນLe Monde, ໜັງສືພິມລາຍວັນ Le Figaro, ໜັງສືພິມ Les Echos…ກໍ່ໄດ້ລົງບົດຂຽນ, ບົດສາລະຄະດີກ່ຽວກັບປະສິດທິຜົນຂອງການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢູ່ຫວຽດນາມເຊັ່ນດຽວກັນ.

 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top