ວັນທີ 10 ສິງຫາ, ບັນດາຄະນະຜູ້ແທນຂັ້ນສູງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ຫວຽດນາມ ໄດ້ເຂົ້າສະຖານທູດລາວປະຈຳ ຫວຽດນາມ ໄວ້ອາໄລ, ຂຽນໃສ່ປຶ້ມອາໄລຫາ, ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ລາວ.
ຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ ໂດຍທ່ານ ເຈິ່ນເກິມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກນຳໜ້າ, ຄະນະຜູ້ແທນຂັ້ນສູງລັດຖະບານໂດຍທ່ານນາຍົກລັດຖະມົນຕີ ເລມິງຮຶງນຳໜ້າ, ຄະນຜູ້ແທນຂັ້ນສູງສະພາແຫ່ງຊາດໂດຍທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ໂດວັນຈຽນ ນຳໜ້າໄດ້ເຂົ້າວາງພວງມາລາໄວ້ອາໄລ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົວວິຫານ. ພວງມາລາຂອງບັນດາຄະນະໄດ້ຂຽນຕົວໜັງສືທີ່ວ່າ “ໂສກເສົ້າເສຍດາຍອາໄລອາວອນຢ່າງສຸດຊຶ້ງ ສະຫາຍໄຊສົມພອນ ພົວວິຫານ”.
ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນບາງຄະນະ, ກະຊວງ, ຂະແໜງການ, ໝູ່ຄະນະສູນກາງ ແລະ ທ້ອງຖິ່ນໄດ້ມາໄວ້ອາໄລ, ຂຽນໃສ່ປຶ້ມອາໄລຫາປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ, ຢູ່ສະຖານທູດລາວ ປະຈຳ ຫວຽດນາມ ແລະ ບັນດາສະຖານກົງສູນໃຫຍ່ ລາວປະຈຳ ນະຄອນໂຮ່ຈີມິນ ແລະ ດ່ານັ້ງ.






