• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ບັນ​ດາ​ປະ​ເທ​ດ​ສືບ​ຕໍ່​ສົ່ງ​ສານ, ຈົດ​ໝາຍ​ຊົມ​ເຊີຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ

ເນື່ອງໃນໂອກາດສະຫາຍ ໂຕເລິມ ໄດ້ຮຮັບການຕົກລົງເປັນເອກະພາບຢ່າງຂາດຂັ້ນຈາກຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ເລືອກຕັ້ງໃຫ້ສືບຕໍ່ດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV, ການນຳຂັ້ນສູງບັນດາປະເທດ ກູບາ, ລັດເຊຍ, ຍີ່ປຸ່ນ, ມົງໂກນ, ເບລາຣຸດ ໄດ້ສົ່ງສານ ແລະ ຈົດໝາຍຊົມເຊີຍ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນອັດກອງປະຊຸມໃຫຍ່ (ພາບ: TTXVN)

ໃນຈົດໝາຍຊົມເຊີຍ, ທ່ານ Miguel Díaz-Canel Bermúdez ເລຂາເອກພັກກອມມູນິດ ກູບາ, ປະທານປະເທດສາທາລະນະລັດ ກູບາ ໄດ້ຊີ້ແຈ້ງວ່າ, ກູບາ ຕີລາຄາສູງບັນດາຜົນງານປະຫວັດສາດ ເຊິ່ງ ຫວຽດນາມ ບັນລຸໄດ້ໃນ 40 ປີຜັນຂະຫຍາຍຂະບວນວິວັດປ່ຽນແປງໃໝ່, ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາອັນສະຫຼາດສ່ອງໃສຂອງທ່ານເລຂາທິການໃຫຍ່ ໂຕເລິມ, ພັກ ແລະ ປະຊາຊົນ ຫວຽດນາມ ຈະສືບຕໍ່ກ້າວເດີນຢ່າງໝັ້ນແກ່ນໃນພາລະກິດແຫ່ງການສ້າງສັງຄົມນິຍົມ, ມຸ່ງໄປເຖິງໄລຍະພັດທະນາໃໝ່ວັດທະນາຖາວອນກວ່າ, ປົກຄຸມກວ່າ ແລະ ຍືນຍົງກວ່າ.

ປະທານພັກປະຊາທິປະໄຕອິດສະຫຼະ ຍີ່ປຸ່ນ, ທ່ານ Takaichi Sanae ນາຍົກລັດຖະມົນຕີ ຍີ່ປຸ່ນ ອວຍພອນພັກກອມມູນິດ ຫວຽດນາມ ພາຍໃຕ້ການນຳພາຂອງຖັນແຖວການນຳໃໝ່, ຫວຽດນາມ ຈະເສີມຂະຫຍາຍບົດບາດນຳພາອັນກະໂດດໃນການສ້າງສາມຸ່ງໄປເຖິງສັງກາດການພັດທະນາໃໝ່ໃຫ້ແກ່ ບໍ່ພຽງແຕ່ສະເພາະ ຫວຽດນາມ ເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການສ້າງສະຖຽນລະພາບ, ພັດທະນາຂອງພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ແລະ ໂລກ.

(ແຫຼ່ງຄັດຈາກ VOV)

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ໂຕເລິມ ເປັນປະທານພິທີຕ້ອນຮັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາ ນາງ ນາລີ ສີສຸລິດ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26-27 ມັງກອນ 2026, ຕາມຄຳເຊີນຂອງ ສະຫາຍ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ນາງ ໂງເຟືອງລີ.

Top