• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ຂັ້ນ​ສູງ ຫວຽດ​ນາມ ພົບ​ປະ​ກັບຜູ້​ມີອ​ຳ​ນາດ​ເຕັມ​ ອົດ​ສະ​ຕາ​ລີ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ ຜູ້ມີອຳນາດເຕັມ ອົດສະຕາລີ ເອົາໃຈໃສ່, ຍູ້ແຮງການຮ່ວມມືໃນຂົງເຂດແຮງງານ, ພິເສດແມ່ນເປີດກ້ວາງການຮ່ວມມືດ້ານເຕັກນິກກະສິກຳ.
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບທ່ານ David Hurley, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ  

ຕອນບ່າຍວັນທີ 4 ເມສາ, ທີ່ຫໍປະຊຸມສະພາແຫ່ງຊາດ, ກ່າວຄຳເຫັນທີ່ການພົບປະກັບ ທ່ານ David Hurley, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ພວມຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຫວັງວ່າ: ຜູ້ມີອຳນາດເຕັມ ອົດສະຕາລີ ສືບຕໍ່ເອົາໃຈໃສ່, ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບລະຫວ່າງສອງປະເທດ; ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນວິວັດການເຂົ້າຮ່ວມການຮັກສາສັນຕິພາບຂອງ ສປຊ. ຫວຽດນາມ ປາດຖະໜາຢາກໃຫ້ສອງຝ່າຍຊຸກຍູ້ດ້ານການຄ້າແບບຍືນຍົງ, ດຸ່ນດ່ຽງ, ສ້າງເງື່ອນໄຂໃຫ້ຜະລິດຕະພັນກະເສດຫຼາຍປະເພດຂອງ ຫວຽດນາມ ສົ່ງໄປຍັງ ອົດສະຕາລີ ແລະ ກົງກັນຂ້າມ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ ຜູ້ມີອຳນາດເຕັມ ອົດສະຕາລີ ເອົາໃຈໃສ່, ຍູ້ແຮງການຮ່ວມມືໃນຂົງເຂດແຮງງານ, ພິເສດແມ່ນເປີດກ້ວາງການຮ່ວມມືດ້ານເຕັກນິກກະສິກຳ, ຍູ້ແຮງການພົວພັນລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ; ສະໜັບສະໜູນການພົວພັນລະຫວ່າງສອງອົງການນິຕິບັນຍັດ; ຢັ້ງຢືນ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດເພື່ອເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຂອງສອງປະເທດ ເພື່ອປະກອບສ່ວນເຂົ້າໃນການພົວພັນອັນດີງາມລະຫວ່າງສອງປະເທດ.

ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສົ່ງຄຳເຊີນທ່ານປະທານສະພາສູງ ແລະ ປະທານສະພາຕ່ຳ  ອົດສະຕາລີ ມາຢ້ຽມຢາມ ຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານ David Hurley, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ (ພາບ: ສຳນັກຂ່າວສານ ຫວຽດນາມ)

ແລະ ກໍ່ໃນຕອນບ່າຍວັນດຽວກັນ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ David Hurley, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ. ນະທີ່ນີ້, ທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ສອງປະເທດ ຍູ້ແຮງການພົວພັນດ້ານການເມືອງ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ປະຕິບັດບັນດາຂໍ້ຕົກລົງໄດ້ລົງນາມແລ້ວຢ່າງມີປະສິດທິຜົນ ແລະ ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີການສົມທົບກັນໃນບັນດາບັນຫາສາກົນ.

ສ່ວນທ່ານ David Hurley, ຜູ້ມີອຳນາດເຕັມແຫ່ງ ອົດສະຕາລີ ປາດຖະໜາຢາກໃຫ້ສອງຝ່າຍສົມທົບກັນເພື່ອພ້ອມກັນສ້າງພາກພື້ນສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຄົາລົບກົດໝາຍສາກົນ ແລະ ອະທິປະໄຕຂອງບັນດາປະເທດ, ພ້ອມທັງມຸ່ງໄປເຖິງການສ້າງຂອບເຂດການພົວພັນໃໝ່.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top