ຂ່າວສານ
ການໂຮມ 4 ໂຄງການເປົ້າໝາຍແຫ່ງຊາດເຂົ້າກັນ: ຕ້ອງແທດຈິງ, ມີແຫຼ່ງກຳລັງຢ່າງຈະແຈ້ງ ແລະ ຍົກສູງຄຸນນະພາບໃນການດຳລົງຊີວິດຂອງປະຊາຊົນ

ຕອນເຊົ້າວັນທີ 20 ສິງຫາ, ການປຶກສາຫາລືຢູ່ຫໍປະຊຸມກ່ຽວກັບການໂຮມ 4 ໂຄງການເປົ້າໝາຍແຫ່ງຊາດກາຍເປັນ ໂຄງການເປົ້າໝາຍແຫ່ງຊາດພັດທະນາວັດທະນະທຳ - ສັງຄົມ, ຊົນນະບົດ, ຊົນເຜົ່າ ແລະ ເຂດພູສູງໄລຍະ 2026 – 2035, ບັນດາສະມາຊິກສະພາແຫ່ງຊາດ ຖືວ່າ, ການໂຮມເຂົ້າກັນແມ່ນພື້ນຖານເພື່ອຫຼຸດຜ່ອນການທັບຊ້ອນກັນ, ຍົກສູງປະສິດທິຜົນຂອງການນຳໃຊ້ແຫຼ່ງກຳລັງ, ແຕ່ຕ້ອງກຳນົດແຈ້ງກົນໄກຈັດແບ່ງ, ດັດສົມແຫຼ່ງທຶນ, ຮັບປະກັນແຫຼ່ງກຳລັງໃຫ້ແກ່ບັນດາທ້ອງຖິ່ນທີ່ມີຄວາມຫຍຸ້ງຍາກ. ເປົ້າໝາຍສູງສຸດແມ່ນຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ. ທ່ານ ຫງວຽນຊວັນງຽມ, ຄະນະສະມາຊິກສະພາແຫ່ງຊາດ ດ່ານັ້ງ ຖືວ່າ ຫຼັກການລຸລ່ວງນັ້ນແມ່ນ ການໂຮມເຂົ້າກັນຕ້ອງແທ້ຈິງ, ບໍ່ເຮັດໃຫ້ຫຼຸດລະດັບບຸລິມະສິດຂອງບັນດາທ້ອງຖິ່ນ, ເປົ້າໝາຍທີ່ຍັງຫຍຸ້ງຍາກ, ພ້ອມທັງການແບ່ງຂັ້ນຕ້ອງໄປຄຽງຄູ່ກັບກຳລັງຄວາມສາມາດ, ແຫຼ່ງກຳລັງ ແລະ ປະສິດທິຜົນຂອງໂຄງການຕ້ອງໄດ້ວັດແທກດ້ວຍໝາກຜົນແທ້ຈິງ.
ຂ້າພະເຈົ້າຖືວ່າການໂຮມເຂົ້າກັນບໍ່ໝາຍຄວາມວ່າ ລົບລ້າງບັນດາເປົ້າໝາຍ ຫຼືນະໂຍບາຍພິເສດຂອງແຕ່ລະຂົງເຂດ, ກົງກັນຂ້າມ, ບັນດານະໂຍບາຍພິເສດຍັງໄດ້ຮັບການປົກປ້ອງ, ແຕ່ວິທີການສ້າງແຜນການ, ການປະສານງານແຫຼ່ງກຳລັງ, ການຈັດຕັ້ງປະຕິບັດ, ການຕິດຕາມກວດກາ ແລະ ຕີລາຄາຕ້ອງມີຄວາມເປັນເອກະພາບ. ພິເສດ, ການໂຮມເຂົ້າຕ້ອງສ້າງຄວາມສາມາດປະສານງານແຫຼ່ງກຳລັງທີ່ດີກວ່າຫາກບໍ່ພຽງແຕ່ໝາຍຄວາມວ່າ ໂຮມແຫຼ່ງກຳລັງເຂົ້າກັນ.





