ຕອນບ່າຍວັນທີ 19 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຮັດວຽກກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ກ່ຽວກັບວຍກງານອະນຸລັກຮັກສາ, ຫໍພິພິຕະພັນ.
ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເຮັດວຽກກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ (ພາບ: VNA)
ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງສືບຄໍ່ສ້າງລະບົບລະບອບ, ສ້າງບັນດາຊຸດສະສົມແຫ່ງຊາດອຸດົມສົມບູນຂຶ້ນ, ໃນນັ້ນຮຽກຮ້ອງຄົ້ນຄວ້າເລື່ອງນຳເອົາບັນດາວັດຖຸບູຮານທີ່ພວມເກັບຮັກສາຢູ່ຕ່າງປະເທດກັບເມືອ ຫວຽດນາມ. ທ່ານກໍ່ຮຽກຮ້ອງຫັນຈາກການອະນຸລັກຮັກສາແບບລໍຖ້າ ໄປສູ່ການເປັນເຈົ້າການສ້າງສັນມໍລະດົດໃຫ້ແກ່ອະນາຄົດ.
“ຂ້າພະເຈົ້າສະເໜີໃນປີ 2026, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເປັນເຈົ້າການ, ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ສ້າງລະບົບມາດຕະຖານ, ຂັ້ນຕອນ ແລະ ກົນໄກສົມທົບກັນ ເພື່ອຕີລາຄາ “ຄວາມສາມາດບົມຊ້ອນມໍລະດົກ” ນັບແຕ່ໄລຍະວາງແຜນ ແລະ ລົງທຶນ ສຳລັບກຸ້ມກິດຈະກຳ, ຜະລິດຕະພັນມີຄວາມໝາຍພິເສດຈຳນວນໜຶ່ງ, ລວມທັງກິດຈະກຳຂອງວິສາຫະກິດພາກເອກະຊົນ. ເມື່ອບັນດາກິດຈະກຳນັ້ນໄດ້ຮັບການຢັ້ງຢືນມີຄວາມສາມາດບົ່ມຊ້ອນພິເສດ ອາດສ້າງໄດ້ສ້າງ “ສຳເນົາຄວາມຊົງຈຳ” ນັບແຕ່ຕອນເລີ່ມປະຕິບັດ”.
(ແຫຼ່ງຄັດຈາກ VOV)