ໃນຕົວຈິງ, ພວກເຮົາລ້ວນແຕ່ນຳໃຊ້ງົບປະມານຂອງລັດ. ສະນັ້ນ, ບໍ່ຈຳເປັນຕ້ອງມີກົດໝາຍ 2 ສະບັບ. ຕ້ອງໂຮມ 2 ກົດໝາຍນີ້.
ສະພາແຫ່ງຊາດຮັບຟັງກ່ຽວກັບການກຳນົດທິດການສ້າງຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ໂຮມເຂົ້າ) (ພາບ: VNA)
ວັນທີ 19 ສິງຫາ, ກອງປະຊຸມວິສາມັນຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16, ສືບຕໍ່ເຮັດວຽກດ້ວຍໄລຍະປະຊຸມທີ 2, ຄາດວ່າຈະຈັດຂຶ້ນແຕ່ນີ້ຮອດວັນທີ 24 ສິງຫາ. ໃນມື້ເຮັດວຽກວັນທີ 19 ສິງຫາ, ສະພາແຫ່ງຊາດໄດ້ປຶກສາຫາລືເປັນກຸ່ມກ່ຽວກັບແຜນນະໂຍບາຍໂຮມ 4 ໂຄງການເປົ້າໝາຍແຫ່ງຊາດໃຫ້ເປັນໂຄງການ 1; ກຳນົດທິດນະໂຍບາຍປັບປຸງກົດໝາຍສະບັບຕ່າງໆ.
ໃນນັ້ນ, ເມື່ອປຶກສາຫລືກ່ຽວກັບການກຳນົດທິດການສ້າງຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ໂຮມເຂົ້າ), ຄຳເຫັນຂອງສະມາຊິກສະພາແຫ່ງຊາດຖືວ່າ ເປົ້າໝາຍຂອງການປັບປຸງໃນຄັ້ງນີ້ແມ່ນບໍ່ພຽງແຕ່ໂຮມກົດໝາຍວ່າດ້ວຍງົບປະມານແຫ່ງລັດ ແລະ ກົດໝາຍວ່າດ້ວຍການລົງທຶນພາກລັດ, ຫຼື ຫຼຸດຜ່ອນລະບຽບການເທົ່ານັ້ນ, ຫາກສຳຄັນກວ່າແມ່ນສ້າງເປັນກົນໄກຄຸ້ມຄອງແຫຼ່ງກຳລັງສາທາລະນະນະເປັນເອກະພາບກວ່າ, ມີໄຫວພິບກວ່າ, ຄວາມຮັບຜິດຊອບຈະແຈ້ງກວ່າ. ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ, ຄະນະສະມາຊິກສະພາແຫ່ງຊາດນະຄອນ ຫາຍຟ່ອງ, ຖືວ່າ:
“ໃນຕົວຈິງ, ພວກເຮົາລ້ວນແຕ່ນຳໃຊ້ງົບປະມານຂອງລັດ. ສະນັ້ນ, ບໍ່ຈຳເປັນຕ້ອງມີກົດໝາຍ 2 ສະບັບ. ຕ້ອງໂຮມ 2 ກົດໝາຍນີ້. ເລື່ອງນີ້ແມ່ນເໝາະສົມທີ່ສຸດ. ປະຈຸບັນ, ພວກເຮົາມີແຜນການການເງິນໄລຍະ 5 ປີ ແລະ ແຜນການໂຄງການລົງທຶນໄລຍະກາງ 5 ປີ. ທັງໝົດນັ້ນແມ່ນການໃຊ້ຈ່າຍລົງທຶນໃນງົບປະມານຂອງລັດ, ສະນັ້ນ, ການໂຮມເຂົ້າແມ່ນມີຄວາມຈຳເປັນ ເພື່ອແກ້ໄຂບັນດາບັນຫາເຊື່ອມຕໍ່, ທັບຊ້ອນກັນ ແລະ ຫັນລະບຽບການເປັນງ່າຍດ່າຍ”.
ສຳລັບແຜນນະໂຍບາຍໂຮມ 4 ໂຄງການເປົ້າໝາຍແຫ່ງຊາດເປັນໂຄງການໜຶ່ງ, ບັນດາສະມາຊິກສະພາແຫ່ງຊາດຄະນະ ຮ່າໂນ້ຍ ໄດ້ເຫັນດີຕໍ່ແຜນນະໂຍບາຍໂຮມເຂົ້າໂດຍພື້ນຖານ, ຜ່ານນັ້ນ, ປະກອບສ່ວນຫຼຸດຜ່ອນການຕິດຕໍ່, ຫຼຸດຜ່ອນລະບຽບການ ແລະ ເພີ່ມລັກນະສະເປັນເຈົ້າໃຫ້ແກ່ທ້ອງຖິ່ນ.
(ແຫຼ່ງຄັດຈາກ VOV)