ເອກະສານສະບັບໃໝ່, ຖ້າສູນກາງຕັດສິນປະກາດໃຊ້, ຕ້ອງສືບທອດ, ເພີ່ມເຕີມ ແລະ ຜັນຂະຫຍາຍມະຕິເລກທີ 28, ບໍ່ເຮັດໃຫ້ຂາດວັກຂາດຕອນວິວັດການປ່ຽນແປງໃໝ່ທີ່ໄດ້ອອກເຫື່ອເທແຮງ, ປະຕິບັດຜ່ານຫຼາຍໄລຍະ, ຫຼາຍສະໄໝຈຶ່ງກຳນົດໄດ້.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VNA)
ຕ້ອງປ່ຽນແປງໃໝ່ການຈັດຕັ້ງ, ພະນັກງານໃຫ້ເໝາະສົມກັບຮູບແບບ, ກົງຈັກໃໝ່. ນັ້ນແມ່ນຄວາມຮຽກຮ້ອງຕ້ອງການຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ທີ່ການເຮັດວຽກກັບຄະນະຈັດຕັ້ງສູນກາງໃນຕອນເຊົ້າວັນທີ 20 ສິງຫາ, ຢູ່ຫ້ອງວ່າການສູນກາງພັກ (ຮ່າໂນ້ຍ), ກ່ຽວກັບແຜນຮ່າງສະຫຼຸບ 5 ປີແຫ່ງການປະຕິບັດມະຕິເລກທີ 28, ລົງວັນທີ 17 ພະຈິກ 2022 ຂອງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 13 ກ່ຽວກັບການສືບຕໍ່ປ່ຽນແປງໃໝ່ວິທີການນຳພາ, ກຳອຳນາດຂອງພັກຕໍ່ລະບົບການເມືອງໃນໄລຍະໃໝ່.
ພາຍຫຼັງຮັບຟັງບົດລາຍງານ ແລະບັນດາຄຳເຫັນປະກອບຢູ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ເອກະສານສະບັບໃໝ່, ຖ້າສູນກາງຕັດສິນປະກາດໃຊ້, ຕ້ອງສືບທອດ, ເພີ່ມເຕີມ ແລະ ຜັນຂະຫຍາຍມະຕິເລກທີ 28, ບໍ່ເຮັດໃຫ້ຂາດວັກຂາດຕອນວິວັດການປ່ຽນແປງໃໝ່ທີ່ໄດ້ອອກເຫື່ອເທແຮງ, ປະຕິບັດຜ່ານຫຼາຍໄລຍະ, ຫຼາຍສະໄໝຈຶ່ງກຳນົດໄດ້. ກ່ຽວກັບທິດທາງໃຫຍ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເຫັນດີໂດຍພື້ນຖານຕໍ່ບັນດາຂໍ້ສະເໜີຂອງຄະນະຈັດຕັ້ງສູນກາງ, ພ້ອມທັງເນັ້ນໜັກວ່າ, ການປ່ຽນແປງໃໝ່ວິທີການນຳພາກຳອຳນາດບໍ່ໄດ້ປ່ຽນແປງທາດແທ້, ຫຼັກການ ແລະ ວິທີການນຳພາໂດຍພື້ນຖານຂອງພັກ, ຫາກຍັງເຮັດໃຫ້ການນຳພາຖືກຕ້ອງ, ມີວິທະຍາສາດ, ມີປະຊາທິປະໄຕ, ເລິກເຊິ່ງ ແລະ ມີປະສິດທິຜົນກວ່າ.
ຢຶດໝັ້ນກັບການປ່ຽນແປງໃໝ່, ການນຳພາຢ່າງຮອບດ້ານແຕ່ຖືກກັບບົດບາດໜ້າທີ່, ສິດອຳນາດ; ສຸມໃສ່ເປັນເອກະພາບແຕ່ຕ້ອງເສີມຂະຫຍາຍຄວາມເປັນເຈົ້າການ; ມີການແບ່ງຂັ້ນຢ່າງແຮງໄປຄຽງຄູ່ກັບການຄວບຄຸມສິດອຳນາດ; ເຕັກໂນໂລຢີບໍ່ສາມາດປ່ຽນແທນຄວາມຮັບຜິດຊອບດ້ານການເມືອງ ແລະ ການຕັດສິນຂອງຄົນໄດ້. ແກນເສົາລຸລ່ວງແມ່ນ ຈາກນະໂຍບາຍຊີ້ຂາດທີ່ຖືກຕ້ອງໄປເຖິງ ໝາກຜົນທີ່ແທດຈິງ. ການຈັດຕັ້ງປະຕິບັດແມ່ນພາກສ່ວນສ້າງ ຄຸນນະພາບການນຳພາກຳອຳນາດ.
(ແຫຼ່ງຄັດຈາກ VOV)