ຂ່າວສານ

ການໂຮມ 4 ໂຄງ​ການ​ເປົ້າ​ໝາຍ​ແຫ່​ງ​ຊາດ​ເຂົ້າ​ກັນ: ​ຕ້ອງ​ແທດ​ຈິງ, ມີ​ແຫຼ່ງ​ກຳ​ລັງ​ຢ່າງ​ຈະ​ແຈ້ງ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ

ເປົ້າ​ໝາຍ​ສູງ​ສຸດ​ແມ່ນ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ.
  (ພາບປະກອບ: VNA)  

ຕອ​ນ​ເຊົ້າ​ວັນ​ທີ 20 ສິງ​ຫາ, ການປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່​ຽວ​ກັບ​ການ​ໂຮມ 4 ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກາຍ​ເປັນ ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ - ສັງ​ຄົມ, ຊົນ​ນະ​ບົດ, ຊົນ​ເຜົ່າ ແລະ ເຂດ​ພູ​ສູງ​ໄລ​ຍະ 2026 – 2035, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຖື​ວ່າ, ການ​ໂຮມ​ເຂົ້າ​ກັນ​ແມ່ນ​ພື້ນ​ຖານ​ເພື່ອຫຼຸດ​ຜ່ອນ​ການ​ທັບ​ຊ້ອນ​ກັນ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ນຳ​ໃຊ້​ແຫຼ່ງ​ກຳ​ລັງ, ແຕ່​ຕ້ອງ​ກຳ​ນົດ​ແຈ້ງ​ກົນ​ໄກ​ຈັດ​ແບ່ງ, ດັດ​ສົມ​ແຫຼ່ງ​ທຶນ, ຮັບ​ປະ​ກັນ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ບັນ​ດາ​ທ້ອງ​ຖິ່ນ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ. ເປົ້າ​ໝາຍ​ສູງ​ສຸດ​ແມ່ນ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ. ທ່ານ ຫງວຽນ​ຊວັນ​ງຽມ, ຄະ​ນະສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ​ດ່າ​ນັ້ງ ຖື​ວ່າ ຫຼັກ​ການ​ລຸລ່ວງ​ນັ້ນ​ແມ່ນ ການ​ໂຮມ​ເຂົ້າ​ກັນ​ຕ້ອງ​ແທ້​ຈິງ, ບໍ່ເຮັດ​ໃຫ້ຫຼຸດ​ລະ​ດັບ​ບຸ​ລິ​ມະ​ສິດ​ຂອງ​ບັນ​ດາ​ທ້ອ​ງ​ຖິ່ນ, ເປົ້າ​ໝາຍທີ່​ຍັງ​ຫຍຸ້ງ​ຍາກ, ພ້ອມ​ທັງ​ການແບ່ງ​ຂັ້ນ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ກຳ​ລັງ​ຄວາມ​ສາ​ມາດ, ແຫຼ່ງ​ກຳ​ລັງ ແລະ ປະ​ສິດ​ທິ​ຜົນ​ຂອງ​ໂຄງ​ການ​ຕ້ອງ​ໄດ້​ວັດ​ແທກ​ດ້ວຍ​ໝາກ​ຜົນ​ແທ້​ຈິງ.

ຂ້າ​ພະ​ເຈົ້າ​ຖື​ວ່າ​ການ​ໂຮມ​ເຂົ້າ​ກັນ​ບໍ່​ໝາຍ​ຄວາມ​ວ່າ ລົບ​ລ້າງ​ບັນ​ດາ​ເປົ້າ​ໝາຍ ຫຼື​ນະ​ໂຍ​ບາຍ​ພິ​ເສດ​ຂອງ​ແຕ່​ລະ​ຂົງ​ເຂດ, ກົງ​ກັນ​ຂ້າມ, ບັນ​ດາ​ນະ​ໂຍ​ບາຍ​ພິ​ເສດ​ຍັງ​ໄດ້​ຮັບ​ການ​ປົກ​ປ້ອງ, ແຕ່​ວິ​ທີ​ການ​ສ້າງ​ແຜນ​ການ, ການປະ​ສານ​ງານ​ແຫຼ່ງ​ກຳ​ລັງ, ການຈັດ​ຕັ້ງ​ປະ​ຕິ​ບັດ, ການຕິດ​ຕາມກວດ​ກາ ແລະ ຕີ​ລາ​ຄາ​ຕ້ອງ​ມີ​ຄວາມ​ເປັນ​ເອ​ກະ​ພາບ. ພິ​ເສດ, ການ​ໂຮມ​ເຂົ້າ​ຕ້ອງ​ສ້າງ​ຄວາມ​ສາ​ມາດ​ປະ​ສານ​ງານ​ແຫຼ່ງ​ກຳ​ລັງ​​ທີ່ດີກວ່າຫາກ​ບໍ່​ພຽ​ງ​ແຕ່​ໝາຍ​ຄວາມວ່າ ໂຮມ​ແຫຼ່ງ​ກຳ​ລັງ​ເຂົ້າ​ກັນ.


top