ຂ່າວສານ
ການເດີນທາງໄປຢ້ຽມຢາມ ລາວ ແລະ ກຳປູເຈຍ ຂອງ ທ່ານເລຂາທິການໃຫຍ່ ໂຕເລິມ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ກັບ 2 ປະເທດບ້ານໃຫ້ເຮືອນຄຽງເລິກເຊິ່ງຂຶ້ນຕື່ມ
ເມື່ອຕອບສຳພາດຕໍ່ສື່ມວນຊົນຫວ່າງມໍ່ໆມານີ້ ກ່ຽວກັບໝາກຜົນການຢ້ຽມຢາມທາງລັດຖະກິດປະເທດ ສປປ.ລາວ ແລະ ລາຊະອານາຈັກ ກຳປູເຈຍ ຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ການຢ້ຽມຢາມທາງລັດຖະກິດປະເທດ ລາວ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນວັນທີ 05 ກຸມພາ ສະແດງໃຫ້ເຫັນຢ່າງແຈ້ງເຖິງການຖືສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເປັນພິເສດ ແລະ ໃຫ້ບຸລິມະສິດແຖວໜ້າຂອງ ຫວຽດນາມ. ການຢ້ຽມຢາມປະກອບສ່ວນເຮັດຫັນເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ທີ່ຫາກໍ່ຮັບການສ້າງຕັ້ງຂຶ້ນລະຫວ່າງ 2 ປະເທດໃນເດືອນ ທັນວາ 2025 ໃຫ້ເປັນລະອຽດ ແລະ ເລິກເຊິ່ງຂຶ້ນຕື່ມ. 2 ຝ່າຍໄດ້ເຫັນດີຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງຄົບຊຸດ ແລະ ມີປະສິດທິຜົນ. ພ້ອມກັນນັ້ນ, 2 ປະເທດກໍ່ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາກົນໄກຮ່ວມມືພາກພື້ນ, ໂດຍສະເພາະແມ່ນໃນຂອບເຂດ ອາຊຽນ ແລະ ເຂດອະນຸພາກພື້ນແມ່ນ້ຳຂອງ.








