ຂ່າວສານ

ການເດີນທາງໄປຢ້ຽມຢາມ ລາວ ແລະ ກຳປູເຈຍ ຂອງ ທ່ານເລຂາທິການໃຫຍ່ ໂຕເລິມ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ກັບ 2 ປະເທດບ້ານໃຫ້ເຮືອນຄຽງເລິກເຊິ່ງຂຶ້ນຕື່ມ

ການຢ້ຽມຢາມປະກອບສ່ວນເຮັດຫັນເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ທີ່ຫາກໍ່ຮັບການສ້າງຕັ້ງຂຶ້ນລະຫວ່າງ 2 ປະເທດໃນເດືອນ ທັນວາ 2025 ໃຫ້ເປັນລະອຽດ ແລະ ເລິກເຊິ່ງຂຶ້ນຕື່ມ.
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ (ພາບ: TTXVN)

ເມື່ອຕອບສຳພາດຕໍ່ສື່ມວນຊົນຫວ່າງມໍ່ໆມານີ້ ກ່ຽວກັບໝາກຜົນການຢ້ຽມຢາມທາງລັດຖະກິດປະເທດ ສປປ.ລາວ ແລະ ລາຊະອານາຈັກ ກຳປູເຈຍ ຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ການຢ້ຽມຢາມທາງລັດຖະກິດປະເທດ ລາວ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນວັນທີ 05 ກຸມພາ ສະແດງໃຫ້ເຫັນຢ່າງແຈ້ງເຖິງການຖືສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເປັນພິເສດ ແລະ ໃຫ້ບຸລິມະສິດແຖວໜ້າຂອງ ຫວຽດນາມ. ການຢ້ຽມຢາມປະກອບສ່ວນເຮັດຫັນເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ທີ່ຫາກໍ່ຮັບການສ້າງຕັ້ງຂຶ້ນລະຫວ່າງ 2 ປະເທດໃນເດືອນ ທັນວາ 2025 ໃຫ້ເປັນລະອຽດ ແລະ ເລິກເຊິ່ງຂຶ້ນຕື່ມ. 2 ຝ່າຍໄດ້ເຫັນດີຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງຄົບຊຸດ ແລະ ມີປະສິດທິຜົນ. ພ້ອມກັນນັ້ນ, 2 ປະເທດກໍ່ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາກົນໄກຮ່ວມມືພາກພື້ນ, ໂດຍສະເພາະແມ່ນໃນຂອບເຂດ ອາຊຽນ ແລະ ເຂດອະນຸພາກພື້ນແມ່ນ້ຳຂອງ.

  ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານພັກປະຊາຊົນ ກຳປູເຈຍ Samdech Techo Hun Sen (ພາບ: TTXVN)  
 
ກ່ຽວກັບການຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ ໃນວັນທີ 06 ກຸມພາ ຂອງ ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານລັດຖະມົນຕີ ເລຮວ່າຍຈຸງ ຢືນຢັນວ່າ 2 ປະເທດເຫັນດີເປັນເອກະພາບຂຸດຄົ້ນບັນດາທ່າແຮງເພີ່ມເຕີມໃຫ້ແກ່ກັນ ເພື່ອເພີ່ມທະວີຄວາມສະໜິດຕິດພັນ ແນໃສ່ເຊື່ອມຕໍ່ເສດຖະກິດ 2 ຝ່າຍ ແລະ ພາກພື້ນ. ພິເສດ, 2 ຝ່າຍໄດ້ເຫັນດີຖືການປ້ອງກັນຊາດ, ປ້ອງກັນຄວາມສະຫງົບສືບຕໍ່ແມ່ນເສົາຄ້ຳອັນໝັ້ນແກ່ນໃນການພົວພັນ 2 ຝ່າຍ, ຕັດສິນໃຈຮັກສາເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ; ຕ້ານອາດຊະຍາກຳຂ້າມຊາດ, ໂດຍສະເພາະແມ່ນການສໍ້ໂກງຫຼອກລວງທາງອອກໄລ, ການຄ້າຂາຍຢາເສບຕິດ.

top