• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ຢືດໝັ້ນເປົ້າໝາຍບັນລຸລະດັບເຕີບໂຕກວ່າ 10%

ທ່ານນາຍົກລັດຖະມົນຕີສະເໜີວ່າ ຕ້ອງສືບຕໍ່ເດັດດ່ຽວ, ເປັນເຈົ້າການ, ປະດິດຄິດສ້າງ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ແລະ ບັນດາມະຕິຫົວເລື່ອງສະເພາະຂອງກົມການເມືອງໃຫ້ມີປະສິດທິຜົນ
  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: TTXVN)  

 ຢືດໝັ້ນເປົ້າໝາຍບັນລຸລະດັບເຕີບໂຕກວ່າ 10% ຂຶ້ນໄປ, ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້ ແລະ ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ນີ້ແມ່ນໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ ເຊິ່ງທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກທີ່ກອງປະຊຸມປະຈຳເດືອນ ກຸມພາ ຂອງລັດຖະບານ, ຈັດຂຶ້ນໃນຕອນເຊົ້າວັນທີ 04 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ເຊິ່ງໄດ້ເຊື່ອມຕໍ່ທາງໄກກັບສຳນັກງານຄະນະກຳມະການປະຊາຊົນ 34 ແຂວງ, ນະຄອນຂຶ້ນກັບສູນກາງ.

        ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີສະເໜີວ່າ ຕ້ອງສືບຕໍ່ເດັດດ່ຽວ, ເປັນເຈົ້າການ, ປະດິດຄິດສ້າງ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ແລະ ບັນດາມະຕິຫົວເລື່ອງສະເພາະຂອງກົມການເມືອງໃຫ້ມີປະສິດທິຜົນ; ກຳແໜ້ນສະພາບການ, ມີປະຕິກິລິຍາດ້ານນະໂຍບາຍເປັນເຈົ້າການ, ມີໄຫວພິບ, ທັນການ, ມີປະສິດທິຜົນ. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ:

        “ກ່ຽວກັບນະໂຍບາຍເງິນຕາ, ທະນາຄານແຫ່ງລັດໄດ້ປະກາດຢ່າງເປີດເຜີຍເຖິງລະດັບການເຕີບໂຕສິນເຊື່ອຂອງທັງປີ 2026 ແລະ ດັດປັບຢ່າງມີໄຫວພິບ, ທັນການ, ມີປະສິດທິຜົນ, ສອດຄ່ອງກັບສະພາບການຕົວຈິງ. ຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ນີ້ແມ່ນເປົ້າໝາຍສຳຄັນ ແລະ ລຸລ່ວງທີ່ສຸດ. ເປັນເຈົ້າການໃນການບໍລິຫານ, ຮັກສາດອກເບ້ຍເປັນປົກກະຕິ, ບ້ວງສິນເຊື່ອມີໄຫວພິບ, ປະສົມກົມກຽວ, ເໝາະສົມ”.

        ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ສຸມໃສ່ສ້າງລະບອບລະບຽບການ, ກົດໝາຍໃຫ້ສົມບູນແບບ; ຍູ້ແຮງການປະຕິຮູບລະບຽບການບໍລິຫານ; ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ, ດຳເນີນທຸລະກິດ; ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

VITM 2026: ເປີດກວ້າງ​ການ​ເຊື່ອມ​ຈອດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

VITM 2026: ເປີດກວ້າງ​ການ​ເຊື່ອມ​ຈອດ, ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ

ງານ​ຕະຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ – VITM 2026 ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 12 ເມ​ສາ, ໂດຍ​ຮັບ​ຮູ້ຫຼາຍ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ, ສືບ​ຕໍ່​ຢັ້ງ​ຢືນ​ຖາ​ນະ​ຕຳ​ແໜ່ງ​ແມ່ນ​ເຫດ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ຂອງ ຫວຽດ​ນາມ

Top