100% ກຳປັ່ນຫາປາ (ກວ່າ 80.000 ລຳ) ໄດ້ຈົດທະບຽນ, ອັບເດດໃນລະບົບຮາກຖານຂໍ້ມູນອາຊີບຫາປາແຫ່ງຊາດ (VNFishbase).
(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ກ່າວຄຳເຫັນທີ່ກອງປະຊຸມ)
ໃນໄລຍະຈະມາເຖິງເປົ້າໝາຍສູງສຸດແມ່ນທັງຮັບປະກັນການພັດທະນາຂະແໜງສິນໃນນ້ຳຂອງ ຫວຽດນາມ ແບບຍືນຍົງ, ທັງແກ້ໄຂບັດເຫຼືອງ IUU ຂອງຄະນະກຳມະການ ເອີລົບ (ອີຊີ). ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ທີ່ວາລະປະຊຸມຄັ້ງທີ 32 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການ ຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ທີ່ຈັດຂຶ້ນໃນຕອນຄ່ຳວັນທີ 03 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ.
ລາຍງານທີ່ວາລະປະຊຸມ, ຜູ້ຕາງໜ້າກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໃນອາທິດຜ່ານມາໄດ້ປະກາດແຜນການກວດກາ, ຈັດຕັ້ງບັນດາຄະນະປະຕິບັດງານຢູ່ຫຼາຍທ້ອງຖິ່ນ.
ກ່ຽວກັບການຄຸ້ມຄອງກຸ່ມກ່ຳປັ່ນ: 100% ກຳປັ່ນຫາປາ (ກວ່າ 80.000 ລຳ) ໄດ້ຈົດທະບຽນ, ອັບເດດໃນລະບົບຮາກຖານຂໍ້ມູນອາຊີບຫາປາແຫ່ງຊາດ (VNFishbase). ໃນອາທິດຜ່ານມາ, ບໍ່ມີກຳປັ່ນຫາປາໃດລະເມີດເຂດທະເລຕ່າງປະເທດ.
ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ:
“ເປົ້າໝາຍສູງສຸດໃນໄລຍະຈະມາເຖິງ ແມ່ນຮັບປະກັນ: ທັງພັດທະນາຂະແໜງສິນໃນນ້ຳຂອງ ຫວຽດນາມ ແບບຍືນຍົງ, ຕາມການພັດທະນາລວມຂອງປະເທດຊາດ ບັນລຸລະດັບເຕີບໂຕ 2 ຕົວເລກ, ພ້ອມກັນນັ້ນຕ້ອງແກ້ໄຂບັດເຫຼືອງ IUU ຕາມຂໍ້ສະເໜີແນະຂອງ ອີຊີ. ຈິດໃຈແມ່ນບໍ່ປະໃຫ້ການກະທຳຜິດຂອງສວ່ນບຸກຄົນ ສົ່ງຜົນສະທ້ອນເຖິງຄວາມມານະພະຍາຍາມລວມຂອງທົ່ວປະເທດ ແລະ ການພັດທະນາຂະແໜງສິນໃນນ້ຳແບບຍືນຍົງ.”
ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາຫົວໜ່ວຍທີ່ກ່ຽວຂ້ອງກະກຽມບົດລາຍງານຕິດພັນກັບຄຳຮຽກຮ້ອງຂອງ ອີຊີ; ບັນດາກະຊວງ, ຂະແໜງການປະຕິບັດຂໍ້ສະເໜີແນະຂອງ ອີຊີ ຢ່າງເຂັ້ມງວດ.
(ແຫຼ່ງຄັດຈາກ VOV)